ພ້ອມກັບການປະຕິບັດສໍາເລັດໜ້າທີ່ທາງການເມືອງເທົ່ານັ້ນ, ພະນັກງານ, ນັກຮົບປ້ອມປ້ອງກັນຊາຍແດນ ຟູ໋ໝີ໋, ທະຫານປ້ອງກັນຊາຍແດນແຂວງ ກຽນຢາງ ຍັງປະຕິບັດບັນດາໂຄງການເພື່ອຮັບປະກັນຊີວິດສັງຄົມຢ່າງມີປະສິດທິຜົນ. ພິເສດແມ່ນລາຍການ “ຊ່ວຍນ້ອງໄປໂຮງຮຽນ” ໂດຍກອງບັນຊາການທະຫານປ້ອງກັນຊາຍແດນ ປຸກລະດົມ.

leftcenterrightdel
ນາຍທະຫານໜຸ່ມປ້ອມປ້ອງກັນຊາຍແດນ ຟູ໋ໝີ ແນະນໍາພວກນ້ອງຮໍ່າຮຽນ. ພາບ: ຖຸ໋ຍອານ

ຜ່ານເສັ້ນທາງບ້ານ 10 ກວ່າກິໂລແມັດ, ພວກຂ້າພະເຈົ້າໄດ້ໄປຮອດຄອບຄົວນ້ອງ ຫງວຽນຮວ່າງຟອງ, ນັກຮຽນ ປໍ 4, ໂຮງຮຽນປະຖົມ ເຈີ່ນເທ້ (ຕາແສງ ຟູ໋ໝີ໋, ເມືອງ ຢາງແທ່ງ, ແຂວງ ກຽນຢາງ). ໃນເຮືອນມຸງຫຍ້າທີ່ເກົ່າແກ່, ຊັບສິນທີ່ມີມູນຄ່າທີ່ສຸດນັ້ນແມ່ນຕຽງໄມ້ເກົ່າໜ່ວຍໜຶ່ງ, ແຕ່ນັ້ນກໍ່ແມ່ນທຸກສິ່ງທຸກຢ່າງທີ່ພໍ່ແມ່ຂອງນ້ອງ ຟອງ ໄດ້ປະໄວ້. ເຖິງວ່າ ຟອງ ມີອາຍຸພຽງ 10 ປີເທົ່ານັ້ນ, ແຕ່ໃນທຸກມື້ນອກຈາກຊົ່ວໂມງຮຽນ, ນ້ອງຕ້ອງໄປນໍາພວກອ້າຍໃນໝູ່ບ້ານເພື່ອຫາປາ, ຈັບໂຕເຜິ້ງ ເພື່ອແລກເອົາເຂົ້າກິນ. ນັບຕັ້ງແຕ່ມື້ທີ່ພໍ່ແມ່ ໜີໄປ, ນ້ອງມີພີ່ນ້ອງພຽງຄົນດຽວແມ່ນອາຄີງເທົ່ານັ້ນ, ນ້ອງ ຟອງ ແບ່ງປັນວ່າ: “ມື້ໃດຈັບປາຫາເຜິ້ງໄດ້ ລູກຈຶ່ງໄດ້ກິນເຂົ້າ, ຖ້າຫາປາ, ຫາເຜິ້ງບໍ່ໄດ້ ລູກຈະກິນໝີ່ ໂດຍອາວທະຫານຊ່ວຍເອົາໃຫ້. ລູກຢາກໄປຮຽນຫຼາຍ, ສະນັ້ນ, ເມື່ອໄດ້ຮັບການຊ່ວຍເຫຼືອຈາກພວກອາວທະຫານ ຍາມໃດລູກກໍ່ມານະພະຍາຍາມຮຽນໃຫ້ເກັ່ງ”.

ຕໍ່ໜ້າສະພາບການທີ່ຫຍຸ້ງຍາກລໍາບາກຂອງນ້ອງ ຟອງ, ນັບແຕ່ສົກຮຽນ 2013-2014 ເຖິງປັດຈຸບັນ, ພະນັກງານ, ນັກຮົບປ້ອມປ້ອງກັນຊາຍແດນ ຟູ໋ໝີ ໄດ້ຮັບໜູນຊ່ວຍ ຟອງ ດ້ວຍເງິນ 500. 000 ດົ່ງຕໍ່ເດືອນໃນລາຍການ “ຊ່ວຍນ້ອງໄປໂຮງຮຽນ”, ເພື່ອໃຫ້ນ້ອງປະຕິບັດຄວາມຝັນກາຍເປັນທ່ານໝໍເພື່ອປິ່ນປົວພະຍາດໃຫ້ຄົນທຸກຍາກ.

ສ່ວນນ້ອງ ຟ້າມມິງຫຍ້ຽວ, ນັກຮຽນ ປໍ 5, ໂຮງຮຽນປະຖົມ ເຈີ່ນເທ້, ຕ້ອງຊ່ວຍແມ່ຍ່າ ຫາຟືນເອົາໄປຂາຍທຸກມື້, ນ້ອງເຄີຍຄິດເຖິງເລື່ອງປະຮຽນຫຼາຍຄັ້ງແລ້ວ. ແຕ່ຍ້ອນໄດ້ຮັບການຊ່ວຍເຫຼືອຈາກປ້ອມປ້ອງກັນຊາຍແດນ ຟູ໋ໝີ ແລະການລະດົມກໍາລັງໃຈຈາກຄູອາຈານ. ສະນັ້ນ, ນ້ອງຈຶ່ງສືບຕໍ່ໄປຮຽນ ແລະໄດ້ຮັບລາງວັນເປັນນັກຮຽນເກັ່ງໃນຫຼາຍປີຕິດຕໍ່ກັນ. ທ່ານ ຟ້າມວັນໄບ, ພໍ່ຂອງນ້ອງ ຫຍ້ຽວ ແບ່ງປັນວ່າ: “ຢາກໃຫ້ນ້ອງໄປຮຽນ, ແຕ່ຄອບຄົວພັດປະສົບກັບຄວາມຫຍຸ້ງຍາກຫລາຍ, ຂ້າພະເຈົ້າເອງກໍ່ບໍ່ຮູ້ເຮັດຫຍັງອີກ. ແຕ່ໂຊກດີ ທີ່ໄດ້ຮັບການໜູນຊ່ວຍເງິນ, ປື້ມຮຽນ, ບິກ... ທຸກເດືອນຈາກພວກອາວທະຫານປ້ອງກັນຊາຍແດນ.

ຕາແສງ ຟູ໋ໝີ ມີຊາວເຜົ່າສ່ວນໜ້ອຍກວມເກືອບ 50% ຈຳນວນພົນລະເມືອງ ແລະໃກ້ທຸກຍາກ, ໃນນັ້ນຄອບຄົວທຸກຍາກມີປະມານ 45% ; ແຕ່ກີ້ມີນັກຮຽນຫຼາຍຄົນຕ້ອງປະຮຽນເພື່ອຫາເງິນລ້ຽງຊີບ. ໂດຍເຂົ້າໃຈໄດ້ສະພາບການຂອງພວກນ້ອງນັກຮຽນ, ປ້ອມປ້ອງກັນຊາຍແດນ ຟູ໋ໝີ ໄດ້ຫັນລາຍການ “ຊ່ວຍນ້ອງໄປໂຮງຮຽນ” ເປັນການກະທໍາທີ່ມີປະສິດທິຜົນ ແລະແທດຈິງ. ຜ່ານ 3 ປີກວ່າແຫ່ງການປະຕິບັດລາຍການ, ມາຮອດປັດຈຸບັນ, ປ້ອມປ້ອງກັນຊາຍແດນດັ່ງກ່າວໄດ້ຮັບໜູນຊ່ວຍນັກຮຽນ 17 ຄົນທີ່ປະສົບຄວາມຫຍຸ້ງຍາກແຕ່ມີຄວາມພະຍາຍາມໃນການຮໍ່າຮຽນ (ດ້ວຍມູນຄ່າ 500. 000 ດົ່ງຕໍ່ຄົນຕໍ່ເດືອນ), ໃນນັ້ນມີນ້ອງນັັກຮຽນຄົນໜຶ່ງແມ່ນຄົນກໍາປູເຈຍ. ການຊ່ວຍເຫຼືອນີ້ຈະປະຕິບັດຮອດເວລາພວກນ້ອງຮຽນຈົບມໍ 7. ທ່ານພັນເອກ ຫງວຽນຕ໋ຽນຊື້, ຫົວໜ້າປ້ອມປ້ອງກັນຊາຍແດນ ໃຫ້ຮູ້ວ່າ: “ສິ່ງທີ່ເຮັດໃຫ້ພວກຂ້າພະເຈົ້າຮູ້ສຶກພາກພູມໃຈທີ່ສຸດ ນັ້ນແມ່ນພວກນ້ອງນັກຮຽນທີ່ໄດ້ຮັບການໜູນຊ່ວຍຈາກປ້ອມປ້ອງກັນຊາຍແດນ ລ້ວນແຕ່ມີຈິດໃຈຜ່ານຜ່າຄວາມຫຍຸ້ງຍາກ, ຮຽນເກັ່ງ, ດຸໝັ່ນຂະຫຍັນພຽນ”.
ປະສິດທິຜົນຂອງລາຍການບໍ່ພຽງແຕ່ເພີ່ມມານະຈິດ ໃຫ້ນັບສິບຄອບຄົວ ແລະພວກນ້ອງຜ່ານຜ່າຄວາມຫຍຸ້ງຍາກ, ກ້າວຂຶ້ນບົນເສັ້ນທາງແຫ່ງການຮໍ່າຮຽນເທົ່ານັ້ນ, ຫາກຍັງເພີ່ມທະວີຄວາມສາມັກຄີລະຫວ່າງກອງທັບ-ປະຊາຊົນ, ປັບປຸງຄວາມໄວ້ວາງໃຈຂອງປະຊາຊົນບັນດາເຜົ່າຕໍ່ພັກ, ລັດ ແລະທະຫານລຸງໂຮ່.

ແປໂດຍ: ຮວ່າງເຈື່ອງ