leftcenterrightdel
ງານບຸນວິຫານ ຊ໋າຕັກ

ງານບຸນວິຫານ ຊ໋າຕັກ ປີນີ້ໄດ້ດຳເນີນແຕ່ວັນທີ 5 – 6 ມີນາ. ປະຊາຊົນ ແລະແຂກທ່ອງທ່ຽວນັບພັນຄົນລ້ວນແຕ່ມີຄວາມພາກພູມໃຈໄດ້ເຂົ້າຮ່ວມເຫດການນີ້. ທ່ານ ຫງວຽນຕ໊ຽນຢຸງ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ມ໊ອງກ໊າຍ ໃຫ້ຮູ້ວ່າ:

ງານບຸນດັ່ງກ່າວໄດ້ມີມາເກືອບ 800 ປີມາແລ້ວ. ນີ້ແມ່ນຈຸດວັດທະນະທຳທີ່ເປັນມູນເຊື້ອ, ຍົກສູງຈິດໃຈຮັກຊາດ, ຄວາມເອກອ້າງທະນົງໃຈຕໍ່ປະເທດຊາດ ແລະເຮັດໃຫ້ຄົນເຮົາມີອາລົມເພື່ອອອກແຮງງານ, ທຳການຜະລິດ, ຮ່ວມແຮງຮ່ວມໃຈສ້າງສາ ແລະພັດທະນາປະເທດຊາດ. ງານບຸນດັ່ງກ່າວໄດ້ຈັດຕັ້ງຕາມຄວາມມຸ່ງມາດປາດຖະໜາຂອງປະຊາຊົນ. ພວກຂ້າພະເຈົ້າຈັດຕັ້ງຖືກຕາມບັນດາຂໍ້ກຳນົດຂອງກົດໝາຍ, ຮັບປະກັນເນື້ອໃນ, ການເຫຼື້ອມໃສຕາມຮີດຄອງປະເພນີ. ພ້ອມທັງຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ບໍ່ປະໃຫ້ເກີດບັນດາກໍລະນີສວຍໃຊ້ໂອກາດທຳລາຍຄວາມໝາຍຂອງງານບຸນ.

ແຫຼ່ງຄັດຈາກ: vovworld.vn