ປີ 2018, ຫວຽດນາມ ໄດ້ຕ້ອນຮັບນັກທ່ອງທ່ຽວສາກົນກວ່າ 15 ລ້ານເທື່ອຄົນ, ເພີ່ມຂຶ້ນ 19,9% ເມື່ອທຽບໃສ່ປີ 2017 ດ້ວຍນັກທ່ອງທ່ຽວກວ່າ 2 ລ້ານເທື່ອຄົນທີ່ມາຈາກເອີລົບ, ໃນນັ້ນນັກທ່ອງທ່ຽວມາຈາກແບນຊິກແມ່ນເກືອບ 32.000 ເທື່ອຄົນ.

leftcenterrightdel
ຫວຽດນາມເຂົ້າຮ່ວມງານວາງສະແດງທ່ອງທ່ຽວບຣຸກແຊນ. (ພາບ: TTXVN)

ຕາມທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳແບນຊິກ ຫວູແອງກວາງ ແລ້ວ, ສິ່ງສຳຄັນນັ້ນແມ່ນຫວຽດນາມແມ່ນຈຸດນັດພົບມີຄວາມດູດດື່ມ  ແລະປອດໄພ, ແມ່ນປະເທດທີ່ມີທິວທັດທຳມະຊາດ ແລະມີພື້ນຖານວັດທະນະທຳທີ່ອຸດົມສົມບູນ, ໄດ້ສ້າງຄວາມດຶງດູດເພື່ອນມິດສາກົນ.

ງານວາງສະແດງໄດ້ດຶງດູດຊາວແບນຊິກ ມາຊອກຮູ້ຂໍ້ມູນຂ່າວສານກ່ຽວກັບການທ່ອງທ່ຽວເປັນສຳນວນຫຼາຍ, ສິ່ງດັ່ງກ່າວໄດ້ຊີ້ໃຫ້ເຫັນວ່າຊາວແບນຊິກ ນັບມື້ນັບມີຄວາມສົນໃຈມາທ່ຽວຢູ່ຫວຽດນາມ.

ແຫຼ່ງຄັດຈາກ: vovworld.vn