leftcenterrightdel
ລາຍການສະແດງສິລະປະທີ່ພິທີໄຂເວທີປາໄສທ່ອງທ່ຽວອາຊຽນ 2019. ພາບ: nhandan.com.vn.

ທ່ານ ຫວູດຶກດາມ ຖືວ່າ, ສໍາລັບ ຫວຽດນາມ ແລ້ວ, ນີ້ແມ່ນເວທີປາໄສສໍາຄັນທີ່ສຸດຂອງຂະແໜງທ່ອງທ່ຽວ, ບໍ່ພຽງແຕ່ຊ່ວຍກໍານົດນະໂຍບາຍເພື່ອພັດທະນາຢ່າງວ່ອງໄວ ແລະຍືນຍົງຂອງຂະແໜງທ່ອງທ່ຽວເທົ່ານັ້ນ, ຫາກຍັງເຮັດໃຫ້ຂີດເຊື່ອມຕໍ່ໃນບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ແລະບັນດາປະເທດສະມາຊິກເຂັ້ມຂຸ້ນອີກດ້ວຍ, ເພື່ອສ້າງປະຊາຄົມອາຊຽນ ໃຫ້ມີວັດທະນາຖາວອນ ແລະແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ. ເວທີປາໄສກໍແມ່ນພື້ນຖານໃຫ້ເປົ້າໝາຍຮອດປີ 2025, ອາຊຽນ ຈະແມ່ນສະຖານທີ່ທ່ອງທ່ຽວທີ່ມີຄຸນນະພາບ.

ATF ແມ່ນເຫດການໃຫຍ່ທີ່ມຸ່ງໄປເຖິງປີເປັນປະທານອາຊຽນ 2020 ຂອງຫວຽດນາມ.

ໂດຍ: ບົວພອນ