ທີ່ພິທີສະເຫຼີມສະຫຼອງ, ປະຊາຊົນ ແລະແຂກທ່ອງທ່ຽວໄດ້ໄປຖະຫວາຍທູບທຽນເປັນຈໍານວນຫຼວງຫຼາຍ ແລະພ້ອມກັນຫວນຄືນຊີວິດ ແລະພາລະກິດອັນສະຫງ່າລາສີຂອງເຈົ້າຊີວິດກວາງຈຸງ-ຫງວຽນເຫວ້. ກໍ່ຢູ່ທີ່ເຂດພູເບິນ, ປີ 1788, ຫງວຽນເຫວ້ ໄດ້ເຮັດກອງທານເພື່ອຄອບຟ້າດິນ ແລະທໍາພິທີຂຶ້ນຄອງບັນລັງ, ໂດຍຖືເອົາຊື່ລາຊະການວ່າກວາງຈຸງ.

leftcenterrightdel
ວາດພາບພິທີຫງວຽນເຫວ້ ຂຶ້ນຄອງບັນລັງເຈົ້າຊີວິດ ກວາງຈຸງ ຢູ່ພູເບິນ (ນະຄອນເຫວ້). ພາບ: sggp.org.vn

ຫຼັງຈາກນັ້ນ, ເພິ່ນໄດ້ປຸກລະດົມການເຄື່ອນທັບອອກສູ່ພາກເໜືອເພື່ອຕີສັດຕູຜູ້ຮຸກຮານຈີນໃຫ້ປະລາໄຊ, ປົດປ່ອຍກໍາແພງນະຄອນທັງລອງ ໃນບຸນປີໃໝ່ປະຈໍາຊາດ 1789, ເປັນຂີດໝາຍປະຫວັດສາດສໍາຄັນໃນວິວັດແຫ່ງການສ້າງສາ ແລະປົກປັກຮັກສາປະເທດຊາດອັນສະຫງ່າລາສີຂອງຊາດຫວຽດນາມ.

ໂດຍ: ໄຊຊະນະ