ໃນນັ້ນ, ລາຍການ “ຕິດພັນຄວາມຮັກແພງ” ແມ່ນໜຶ່ງໃນບັນດາການເຄື່ອນໄຫວພົ້ນເດັ່ນທີ່ໄດ້ຈັດຕັ້ງໃຫ້ພວກນ້ອງນ້ອຍເຍົາວະຊົນຢູ່ສູນອຸປະກາລະສອນວິຊາອາຊີບ ແລະສ້າງວຽກເຮັດງານທຳໃຫ້ຄົນພິການນະຄອນ, ຖືກດຳເນີນໃນຕອນຄ່ຳວັນທີ 22 ກັນຍາ.

ທີ່ນະຄອນໂຮ່ຈິມິນ, ວັນທີ 22 ກັນຍາ, ສະມາຊິກກຳມະບານນະຄອນໄດ້ຈັດລາຍການ "ຄ່ຳຄືນບຸນວັນເພງ", ມອບທຶນການສຶກສາ ຫງວຽນດຶກແກງ. ຢູ່ທີ່ນີ້, ຄະນະຈັດຕັ້ງໄດ້ມອບຂອງຂວັນພິເສດຫຼາຍພູດໃຫ້ເດັກພິການ ແລະເດັກນ້ອຍທີ່ປະສົບເຄາະຮ້າຍຈາກທາດພິດສີສົ້ມ; ມອບທຶນການສຶກສາໃຫ້ລູກຫຼານຊາວຜູ້ອອກແຮງງານທີ່ບັນລຸຜົນງານສູງໃນການຮ່ຳຮຽນ, ໜູນຊ່ວຍຄ່າຮຽນໃຫ້ເດັກທຸກຍາກ.

leftcenterrightdel
ການເຄື່ອນໄຫວຫຼາຍຢ່າງເພື່ອເບິ່ງແຍງດູແລໃຫ້ແກ່ເດັກນ້ອຍ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນຊຸມມື້ຜ່ານມາ, ບັນດາອົງການ, ສຳນັກງານ, ອົງການຈັດຕັ້ງມະຫາຊົນຢູ່ແຂວງກວາງຫງ້າຍ ໄດ້ຈັດຕັ້ງບັນດາລາຍການ “ຄ່ຳຄືນບຸນວັນເພງ” ໃຫ້ພວກນ້ອງນ້ອຍ. ເນື່ອງໃນໂອກາດນີ້, ຄະນະຮັບຜິດຊອບວຽກງານເຍົາວະຊົນ-ອະນຸຊົນແຂວງກວາງຫງ້າຍໄດ້ມອບຂອງຂວັນ 1.600 ພູດໃຫ້ພວກນ້ອງເຍົາວະຊົນຢູ່ບັນດາເມືອງເຂດພູດອຍ, ເດັກກ່ຳພ້າ, ເດັກພິການໃນທົ່ວແຂວງ.

ແລະກໍ່ໃນວັນທີ 22 ກັນຍາ, ຢູ່ຕາແສງບາວທັງ, ເມືອງກີເຊີນ, ແຂວງເງະອານ; ນະຄອນວູງເຕົາ ແລະຢູ່ທ້ອງຖິ່ນຕ່າງໆໃນທົ່ວປະເທດກໍ່ໄດ້ຈັດງານບຸນໄຫວ້ພະຈັນທີ່ມີຄວາມໝາຍຫຼາຍຢ່າງເຊັ່ນດຽວກັນ.

ແຫຼ່ງຄັດຈາກ vovworld.vn