ກອງປະຊຸມ CPTA ຄັ້ງທີ 16 ໄດ້ຈັດຂຶ້ນແມ່ນແນໃສ່ເພີ່ມທະວີການເຄື່ອນໄຫວສົ່ງເສີມໂຄສະນາເຜີຍແຜ່ລະຫວ່າງບັນດານະຄອນໃຫຍ່ຢູ່ອາຊີແມ່ນສະມາຊິກຂອງ CPTA, ຜ່ານການເຄື່ອນໄຫວນີ້ຈະແມ່ນໂອກາດຍູ້ແຮງການໂຄສະນາເຜີຍແຜ່ຮູບພາບການທ່ອງທ່ຽວຮ່າໂນ້ຍ, ຈາກນັ້ນສ້າງທ່າດຶງດູດນັກທ່ອງທ່ຽວມາທ່ຽວຢູ່ຮ່າໂນ້ຍເວົ້າສະເພາະ ແລະຫວຽດນາມເວົ້າລວມ.

ຄຽງຂ້າງນັ້ນແມ່ນງານວາງສະແດງບັນດາສະຖານທີ່ທ່ອງທ່ຽວຢູ່ສວນສາທາລະນະ ຫຼີ່ຖ໋າຍໂຕ໊; ລາຍການຢ້ຽມຊົມທີ່ສະຫງວນໃຫ້ບັນດາຜູ້ແທນຢູ່ສຸສານປະທານໂຮ່ຈິມິນ, ວັນມ໋ຽວ, ພະລາຊະວັງ ທັງລອງ, ໝູ່ບ້ານເຄື່ອງປັ້ນດິນເຜົາ ບ໋າດຈ່າງ.

leftcenterrightdel
ວັນມ໋ຽວ-ກວກຕື້ຢາມ ແມ່ນສະຖານທີ່ຈັບອົກຈັບໃຈ, ດຶງດູດນັກທ່ອງທ່ຽວເມື່ອມາຢ້ຽມຢາມ ນະຄອນຮ່າໂນ້ຍ. ພາບ: baotintuc.vn.

ກອງປະຊຸມແມ່ນໂອກາດຍົກສູງຖານະບົດບາດການທ່ອງທ່ຽວຂອງນະຄອນຮ່າໂນ້ຍ ແມ່ນສະຖານທີ່ທ່ອງທ່ຽວທີ່ມີຄວາມປອດໄພ, ມີຄວາມສະໜິດສະໜົມ, ມີຄຸນນະພາບ ແລະຈັບອົກຈັບໃຈ, ຢັ້ງຢືນເຖິງບົດບາດຂອງພະແນກທ່ອງທ່ຽວແມ່ນສະມາຊິກຕັ້ງໜ້າຂອງສະພາສົ່ງເສີມການທ່ອງທ່ຽວອາຊີ.

ໂດຍ: ທູຈາງ