leftcenterrightdel
ຄະນະຈັດຕັ້ງຄ້າຍພັກແລ້ງ ຫວຽດນາມ 2018 ຕ້ອນຮັບຊາວໜຸ່ມແມ່ນຊາວຫວຽດນາມ ອາໄສຢູ່ຕ່າງປະເທດມາເຂົ້າຮ່ວມ. ພາບ: hanoimoi.com.vn

ດ້ວຍຫົວຂໍ້ “15 ປີ - ແຫ່ງການເຊື່ອມຕໍ່ອ້ອມແຂນໃຫຍ່”, ຄ້າຍພັກແລ້ງ ຫວຽດນາມ 2018 ປະກອບສ່ວນເຊື່ອມຕໍ່, ລະດົມນ້ຳໃຈສາມັກຄີ, ຄວາມສະໜິດຕິດພັນລະຫວ່າງຜູ້ແເຂົ້າຮ່ວມຄ້າຍພັກແລ້ງ ກໍ່ຄື ລະຫວ່າງບັນດາຮຸ່ນໜຸ່ມຊາວຫວຽດນາມ ຢູ່ພາຍໃນ ແລະຕ່າງປະເທດ. ຄ້າຍພັກແລ້ງ ຫວຽດນາມ 2018, ດ້ວຍການເຂົ້າຮ່ວມແມ່ນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ 120 ຄົນ, ໃນເກນອາຍຸ  ແຕ່ 16 ປີ ເຖິງ 24 ປີ ມາຈາກ 29 ປະເທດຢູ່ໃນໂລກ, ລາຍການລວມມີການເຄື່ອນໄຫວທີ່ອຸດົມສົມບຸນຫຼາຍຢ່າງ ຈະໄດ້ດຳເນີນຢູ່ 11 ທ້ອງຖິ່ນ ຢູ່ທັງ 3 ພາກ: ພາກເໜືອ - ພາກກາງ - ພາກໃຕ້. ບັນດາຜູ້ແທນ ຈະເຂົ້າຮ່ວມບັນດາການເຄື່ອນໄຫວສະແດງຄວາມຮູ້ບຸນຄຸນ, ອາໄລຫາ, ຖະຫວາຍທູບທຽນຢູ່ວິຫານຮຸ່ງ, ເຂດປູຊະນີຍະສະຖານປະທານ ໂຮ່ຈິມິນ, ເຂດປູຊະນີຍະສະຖານ ກີມລຽນ, ທາງສາມແຍກດົ່ງລົກ,  ສຸສານທະຫານເສຍສະຫຼະຊີວິດເພື່ອຊາດແຫ່ງຊາດ ເຈື່ອງເຊີນ, ອຸໂມງ ວີ້ງມົກ, ຄຸກ ກອນຕູມ... ນອກຈາກນັ້ນ. ບັນດາຜູ້ແທນ ກໍ່ຈະເຂົ້າຮ່ວມບັນດາການເຄື່ອນໄຫວກຸສົນ, ພົບປະແລກປ່ຽນຢູ່ທ້ອງຖິ່ນຕ່າງໆ.

ແປໂດຍ: ທູຮັ່ງ