leftcenterrightdel
ບັນດາເດັກນ້ອຍສາກົນເຂົ້າຮ່ວມການແຂ່ງຂັນ. ພາບ: ສໍານັກຂ່າວສານຫວຽດນາມ.

ການແຂ່ງຂັນໄດ້ດຶງດູດການເຂົ້າຮ່ວມຂອງເຍົາວະຊົນນະຄອນຫຼວງ ແລະສາກົນເກືອບ 100 ຄົນທີ່ມາຈາກບັນດາປະເທດ: ລັດເຊຍ, ອິນເດຍ, ຟີລິບປິນ... ທີ່ພວມຮໍ່າຮຽນ, ດໍາລົງຊີວິດຢູ່ຮ່າໂນ້ຍ. ທີ່ການແຂ່ງຂັນ, ບັນດາພວກນ້ອງນ້ອຍໄດ້ແຕ້ມຮູບກ່ຽວກັບຫຼາຍຫົວຂໍ້ດ້ວຍບັນດາສີສັນທີ່ສົດໃສ, ສະແດງໃຫ້ເຫັນຄວາມຮັກບ້ານເກີດເມືອງນອນ, ປະເທດຊາດ, ພິເສດແມ່ນຄວາມຮັກນະຄອນຫຼວງຮ່າໂນ້ຍ. ນີ້ແມ່ນໂອກາດເພື່ອສົ່ງເສີມຄວາມເກັ່ງກ້າສາມາດປະດິດຄິດສ້າງສິລະປະ ແລະແມ່ນໂອກາດທີ່ດີເພື່ອໃຫ້ພວກນ້ອງໄດ້ພົບປະ, ພົບປະແລກປ່ຽນ, ເພີ່ມທະວີນໍ້າໃຈມິດຕະພາບ, ຄວາມສາມັກຄີ.

 

ແປໂດຍ: ເກື່ອງດັ້ງ