leftcenterrightdel
ບັນຍາກາດກອງປະຊຸມສຳມະນາວິທະຍາສາດ “ແນວຄິດກໍ່ສ້າງພັກກ່ຽວກັບຄຸນສົມບັດຂອງປະທານ ໂຮ່ຈິມິນ - ເນື້ອໃນ ແລະຄຸນຄ່າ”. ພາບ: daidoanket.vn.

ເຂົ້າຮ່ວມກອງປະຊຸມສຳມະນາມີບັນດານັກວິທະຍາສາດ, ຊ່ຽວຊານ, ນັກຄົ້ນຄ້ວາສັງກັດບັນດາຫົວໜ່ວຍ, ຄື: ສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ, ສະຖາບັນການເມືອງ (ກະຊວງປ້ອງກັນປະເທດຫວຽດນາມ), ຫໍພິພິທະພັນ ໂຮ່ຈິມິນ, ສະຖາບັນ ໂຮ່ຈິມິນ ແລະບັນດາຜູ້ນຳຂອງພັກ, ສະຖາບັນສື່ມວນຊົນ ແລະໂຄສະນາ... ບັນດາຜູ້ແທນໄດ້ສະເໜີບົດປະກອບຄຳເຫັນ 51 ບົດ ໂດຍສຸມໃສ່ບັນດາເນື້ອໃນ: ຄວາມສຳຄັນ, ເນື້ອໃນ ແລະມາດຕະການຂອງການກໍ່ສ້າງພັກກ່ຽວກັບຄຸນສົມບັດໃນແນວຄິດ ໂຮ່ຈິມິນ; ໃນນັ້ນ, ສິ່ງເປັນໜ້າສົນໃຈແມ່ນມີບັນດາບົດປະກອບຄຳເຫັນຂອງທ່ານ ສຈ.ປອ ຮວ່າງຈິບາວ, ທ່ານ ຮສຈ.ປອ ເລກ໋ວກລີ໋, ທ່ານປອ ຫວູແມ້ງຮ່າ, ທ່ານພັນເອກພິເສດ.ປອ ຫງວຽນຫືວເລີບ...

ແປໂດຍ: ທູຮັ່ງ