leftcenterrightdel
ບັນດາຜູ້ແທນ ຕັດແຖບຜ້າໄຂງານວາງສະແດງ. ພາບ: ຮ່ວາງຮ່ວາງ - ຟູ໋ເຊີນ.
leftcenterrightdel
ບັນດາຜູ້ແທນຢ້ຽມຊົມງານວາງສະແດງ. ພາບ: ຮວ່າງຮວ່າງ - ຟູ໋ເຊີນ.

ງານວາງສະແດງໄດ້ແນະນໍາຮູບພາບ, ບົດຂຽນ, ວັດຖຸພັນທີ່ສ່ອງແສງເຖິງການຮ່ຳຮຽນ ແລະການປະຕິບັດຕາມແບບຢ່າງລຸງໂຮ່ ເກືອບ 300 ຢ່າງ. ຄະນະຈັດຕັ້ງ ກໍ່ແນະນຳແບບຢ່າງກ້າວໜ້າ ລວມມີ 58 ໝູ່ຄະນະ, 70 ບຸກຄົນ ທີ່ໄດ້ຮັບການຄັດເລືອກໃນຈຳນວນເກືອບ 300 ແບບຢ່າງເຊິ່ງຄະນະໂຄສະນາສຶກສາບັນດາຄະນະພັກແຂວງ,  ຄະນະພັກນະຄອນ, ຄະນະພັກກຸ່ມບັນດາອົງການຈັດຕັ້ງຂັ້ນສູນກາງ, ກົມໃຫຍ່ການເມືອງ (ກະຊວງປ້ອງກັນປະເທດ), ກົມໃຫຍ່ການເມືອງ (ກະຊວງຕຳຫຼວດ) ແນະນຳ ແລະເຊີດຊູ. ງານວາງສະແດງຍັງໄດ້ແນະນຳເຖິງຜູ້ຊົມບັນດາບົດປະພັນທີ່ໄດ້ຮັບລາງວັນໃນການເຄື່ອນໄຫວປະດິດແຕ່ງ, ໂຄສະນາເຜີຍແຜ່ບົດປະພັນວັນນະຄະດີ, ສິລະປະ, ໜັງສືພິມດ້ວຍຫົວຂໍ້ “ຮ່ຳຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງປະທານ ໂຮ່ຈິມິນ ຄັ້ງທີ I (2016-2018)”.

ງານວາງສະແດງຈະດຳເນີນໄປຮອດໝົດເດືອນ ກັນຍາ ຈຶ່ງອັດລົງ 2018.

 

ແປໂດຍ: ທູຮັ່ງ