ຄ້າຍປະດິດແຕ່ງມີການເຂົ້າຮ່ວມຂອງນັກແຕ້ມ 15 ຄົນທັງພາຍໃນ ແລະນອກກອງທັບຢູ່ພາກເໜືອ. ພາຍຫຼັງການຈັດຕັ້ງມາເປັນເວລາ 15 ມື້, ບັນດານັກຈິດຕະກອນແຕ້ມໄດ້ 29 ຮູບ. ຫໍພິພິທະພັນປະຫວັດສາດກອງທັບຫວຽດນາມ ໄດ້ສົມທົບກັບສະມາຄົມວິຈິດສິນຫວຽດນາມ ກວດກາ ແລະຕີລາຄາບັນດາຮູບແຕ້ມດັ່ງກ່າວ. ບັນດາຜະລິດຕະພັນລ້ວນແຕ່ສະໜິດຕິດແທດກັບແນວຄິດຂອງຫົວຂໍ້ດັ່ງກ່າວ, ມີເນື້ອໃນທີ່ອຸດົມສົມບູນ, ເຕື້ອງເຖິງໂດຍກົງບັນດາບັ້ນຕໍ່ສູ້ປົດປ່ອຍຊາດ, ສັນລະເສີນຄວາມສວຍງາມ, ຮູບພາບນັກຮົບໃນປະຈຸບັນ.

leftcenterrightdel
ນັກຈິດຕະກອນ ເຈິ່ນແຄ໋ງເຈືອງ ແລະທ່ານນາງພັນໂທ ມາຍທິຫງອກ, ຮອງຜູ້ອໍານວຍການຫໍພິພິທະພັນປະຫວັດສາດກອງທັບຫວຽດນາມ ມາຢ້ຽມຊົມໝາກຜົນຄ້າຍປະດິດແຕ່ງ.  ພາບ: ຮົ່ງຫ໊າຍ.

ບັນດາຮູບແຕ້ມຂອງຄ້າຍປະດິດແຕ່ງນີ້ຈະເຂົ້າຮ່ວມງານວາງສະແດງຕ່າງໆຂອງກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວ, ສະມາຄົມວິຈິດສິນຫວຽດນາມ ແລະມຸ່ງໄປເຖິງງານວາງສະແດງວິຈິດສິນທົ່ວປະເທດດ້ວຍຫົວຂໍ້ວ່າກໍາລັງປະກອບອາວຸດ ແລະສົງຄາມການປະຕິວັດປີ 2019.

 

ແປໂດຍ: ເກື່ອງດັ້ງ