ຕາມປະຊາຊົນທ້ອງຖິ່ນແລ້ວ, ໝູ່ບ້ານ ກິມລານ ໄດ້ມີມາແຕ່ສະຕະວັດທີ 9. ນັບແຕ່ນັ້ນ, ອາຊີບຜະລິດເຄື່ອງປັ້ນດິນເຜົາກໍ່ໄດ້ຮັບການສ້າງຕັ້ງ ແລະພັດທະນາຜ່ານຫຼາຍຮຸ່ນຄົນ; ນີ້ກໍ່ແມ່ນບ່ອນຜະລິດເຄື່ອງໃຊ້ໄມ້ສອຍໃຫ້ເມືອງຫຼວງ ທັງລອງ.  ເຖິງຢ່າງໃດກໍ່ຕາມ, ຕາມການປ່ຽນແປງຂອງຕະຫຼາດ, ມີບາງໄລຍະເຄື່ອງເຄືອບດິນເຜົາ ກິມລານ ໄດ້ຖືກຫຼົງລືມໄປ. ກ່ອນນີ້ປະມານ 20 ປີ, ການຜະລິດເຄື່ອງເຄືອບດິນເຜົາໃນໝູ່ບ້ານໄດ້ຮັບການຟື້ນຟູ ແລະໃນປັດຈຸບັນຜະລິດຕະພັນເຄື່ອງປັ້ນດິນເຜົາ ກິມລານ ໄດ້ມີໜ້າໃນທົ່ວປະເທດດ້ວຍຫຼາຍຮູບຫຼາຍແບບ, ລາຄາພໍດີ. ຈຸດພິເສດຂອງເຄື່ອງເຄືອບດິນເຜົາ ກິມລານ ແມ່ນບໍ່ລະອຽດລະອໍເກີດໄປຫາກເອົາໃຈໃສ່ເປັນພິເສດເຖິງຄວາມສະດວກໃນການນຳໃຊ້ໃຫ້ຜູ້ໃຊ້ສອຍ. ບັນດາປະເພດສິນຄ້າຕົ້ນຕໍທີ່ໄດ້ຮັບການຜະລິດແມ່ນກະຖາງຕົ້ນໄມ້, ໄຫ, ໂຖ, ຈອກ…

leftcenterrightdel
ສ້າງຮູບເທິງເບົ້າຫຼໍ່ກະຖາງດ້ວຍຫີນກາວ. ພາບ: ເລຮ໋ຽວ - ຈ່າມີ.
leftcenterrightdel
ຖອກວັດຖຸດິບ (ດິນໜຽວ) ໃສ່ເບົ້າຫຼໍ່ ເພື່ອສ້າງຮູບ. ພາບ: ເລຮ໋ຽວ - ຈ່າມີ.
leftcenterrightdel
ກຳມະກອນກຳລັງເຄືອບສີໃຫ້ບັນດາກະຖາງຕົ້ນໄມ້. ພາບ: ເລຮ໋ຽວ - ຈ່າມີ.
leftcenterrightdel
ທ່ານ ເຈືອງວັນເຫ້ວ, ເຈົ້າຂອງຮາກຖານຜະລິດເຄື່ອງເຄືອບດິນເຜົາພວມແນະນຳຜະລິດຕະພັນໃຫ້ລູກຄ້າ. ພາບ: ເລຮ໋ຽວ - ຈ່າມີ.

 

ແປໂດຍ: ທູຮັ່ງ