ເພື່ອໃນໃສ່ເປົ້າໝາຍໂຄສະນາ, ແນະນໍາໃຫ້ງານບຸນດອກສ້ຽວປ່າ ປີ 2018, ສູນຂໍ້ມູນສົ່ງເສີມການທ່ອງທ່ຽວແຂວງ ດ້ຽນບຽນ ໄດ້ອອກແບບ, ພິມປ້າຍໂຄສະນາແນະນໍາກ່ຽວກັບງານບຸນໄປຕິດຢູ່ 4 ສະຖານທີ່ຄື: ໂນນພູ A1, ຫໍພິພິທະພັນໄຊຊະນະປະຫວັດສາດດ້ຽນບຽນຝູ, ເດີ່ນອານຸສາວະລີໄຊຊະນະ ແລະອຸໂມງ ເດີກ໋າດ.

leftcenterrightdel
ພາບປະກອບຄັດຈາກ hinhdep.com.vn

ປ້າຍໂຄສະນາແຕ່ລະແຜ່ນມີຂະໜາດ 3x4ມ, ໄດ້ອອກແບບແຕກຕ່າງກັນກ່ຽວກັບຮູບການ, ດ້ວຍເນື້ອໃນເຊີດຊູຄວາມງາມຂອງດອກສ້ຽວປ່າ, ທໍາມະຊາດ ແລະຊາວດ້ຽນບຽນ.

 

ແປໂດຍ: ເກື່ອງດັ້ງ