ຄົບຮອບ 5 ປີພໍດີນັບແຕ່ວັນທີ່ທ່ານປະທານາທິບໍດີ, ຜູ້ບັນຊາການສູງສຸດ Hugo Chavez Frias ໄດ້ເຖິງແກ່ມໍລະນະກໍາ (5-3-2013/ 5-3-2018), ພາລະກິດການປະຕິວັດພ້ອມກັບແນວຄິດອັນໃຫຍ່ຫຼວງຂອງທ່ານຍັງຄົງຮັກສາຄຸນຄ່າເດີມໄວ້ຄືເກົ່າ. ການປະຕິວັດໂດຍທ່ານປະທານາທິບໍດີ Hugo Chavez Frias  ລິເລີ່ມ ແລະນໍາພານັ້ນໄດ້ຮັບການສະໜັບສະໜູນຈາກປະຊາຊົນຜູ້ອອກແຮງງານ ເວເນຊຸເອລາ ທຸກຊັ້ນວັນນະເປັນຈຳນວນຫຼວງ ຫຼາຍ; ເປັນແຫຼ່ງລະດົມກໍາລັງໃຈໃຫ້ແກ່ຂະບວນການຝ່າຍຊ້າຍ ແລະຄວາມກ້າວໜ້າບໍ່ພຽງແຕ່ຢູ່ ອາເມລິກາລາຕິນ ເທົ່ານັ້ນຫາກຍັງຢູ່ໃນໂລກອີກດ້ວຍ.

leftcenterrightdel
ທ່ານ Jorge Rondon Uzcategui ເອກອັກຄະລັດຖະທູດ ເວເນຊຸເອລາ ປະຈໍາ  ຫວຽດນາມ ແນະນໍາຮູບພາບຢູ່ງານວາງສະແດງ. ພາບ: ຖຸ່ຍລິງ.

ກ່າວຄໍາເຫັນທີ່ງານວາງສະແດງ, ທ່ານ Jorge Rondon Uzcategui  ເອກອັກຄະລັດຖະທູດ ເວເນຊຸເອລາ ປະຈໍາ ຫວຽດນາມ ເນັ້ນໜັກວ່າ, ທ່ານປະທານາທິບໍດີ Hugo Chavez Frias ຍາມໃດກໍ່ໄດ້ຈົດຈຳຍ້ອນບັນດາການຕໍ່ສູ້ໃຫ້ແກ່ຄວາມຍຸຕິທໍາ, ອິດສະຫຼະພາບ ແລະກຽດສັກສີຂອງປະຊາຊົນ ເວເນຊຸເອລາ. ທ່ານຍັງໃຫ້ຮູ້ວ່າ, ຄຽງຂ້າງເລື່ອງສະແດງໃຫ້ເຫັນຄວາມອາໄລຫາເຖິງຜູ້ນໍາທີ່ຍິ່ງໃຫຍ່ຂອງ ເວເນຊຸເອລາ, ງານວາງສະແດງຄັ້ງນີ້ຍັງເປັນການຮັບຮູ້ກ່ຽວກັບຄວາມຮັກ ແລະຄວາມນິຍົມນັບຖືຂອງຜູ້ບັນຊາການສູງສຸດ Hugo Chavez Frias ຕໍ່ທ່ານປະທານ ໂຮ່ຈິມິນ ແລະ ທ່ານພົນເອກ ຫວໍງວຽນຢາບ.

ບັນດາຮູບພາບທີ່ວາງສະແດງຢູ່ໃນງານດັ່ງກ່າວໄດ້ເຮັດໃຫ້ພວກເຮົາຄິດເຖິງຜູ້ນໍາປະຕິວັດ ເຊິ່ງທ່ານໄດ້ປະມໍລະດົກ, ປະພາລະກິດອັນສະຫງ່າຜ່າເຜີຍໄວ້ໃຫ້ປະຊາຊົນ ເວເນຊຸເອລາ ອ້າຍນ້ອງ; ປະໄວ້ໃຫ້ປະຊາຊົນທີ່ກ້າວໜ້າໃນໂລກ, ໃນນັ້ນມີປະຊາຊົນຫວຽດນາມບັນດາອາລົມຈິດທີ່ຄິດຮອດຄິດເຖິງອັນເລິກເຊິ່ງ. ນອກຈາກນີ້, ບັນດາຮູບພາບຢູ່ທີ່ນີ້ຍັງໄດ້ວາດພາບເຖິງການເຄື່ອນໄຫວກ່ຽວກັບການພົວພັນມິດຕະພາບ, ຄວາມສາມັກຄີຖານອ້າຍນ້ອງ ແລະການຮ່ວມມືລະຫວ່າງປະຊາຊົນ ແລະການນໍາສອງປະເທດ ເວເນຊຸເອລາ ແລະຫວຽດນາມ ອີກຈໍານວນໜຶ່ງ.

 

ແປໂດຍ: ກວຽດເຕິມ.