U23 ຫວຽດນາມ ໄດ້ກາຍເປັນສັນຍາລັກແຫ່ງໄຊຊະນະຂອງແຟນເຕະບານຫວຽດນາມ, ພ້ອມທັງແມ່ນຄວາມເອກອ້າງທະນົງໃຈຂອງກິລາ ອາຊີຕາເວັນອອກສຽງໃຕ້ ເມື່ອເປັນທີມບານເຕະທຳອິດໃນພາກພື້ນຍາດໄດ້ຮອງໄຊຊະນະເລີດໃນການ ແຂ່ງຂັນບານເຕະຊີງຂັນອາຊີ... ນຳມາໃຫ້ປະຊາ ຊົນໃນທົ່ວປະເທດ ແລະຊາວຫວຽດນາມ ອາໄສຢູ່ຕ່າງປະເທດມີຄວາມຜາ ສຸກ, ນຳເອົາກຽດ ສະຫງ່າມາໃຫ້ທົ່ວທັງຊາດຫວຽດນາມ ທັງເປັນສັນ ຍານປີໃໝ່ເຕັມໄປດ້ວຍ ຄວາມປະເອີນໃຈ, ຜົນສຳເລັດບໍ່ພຽງແຕ່ສະເພາະກິລາເທົ່ານັ້ນ.

leftcenterrightdel
ບັນດາແວັບໄຊກິລາທີ່ມີຊື່ສຽງຕີລາຄາ ຕ໋ຽນຢຸງ ແມ່ນຜູ້ຮັກສາປະຕູດີທີ່ສຸດໃນຮອບຊີງຊະນະເລີດ U23 ທະວີບອາຊີ.
leftcenterrightdel
ຄູຝຶກ Park Hang-seo ເປັນຜູ້ທີ່ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງສ້າງເປັນໄຊຊະນະມະຫັດສະຈັນຂອງ U.23 ຫວຽດນາມ.
leftcenterrightdel
ຄວາມເບີກບານມ່ວນຊື່ນຂອງ U.23 ຫວຽດນາມ ຫຼັງຈາກຍິງເຂົ້າປະຕູຂອງທິມເຕະບານ U.23 ກາຕາ.
leftcenterrightdel
 
leftcenterrightdel
ນັກເຕະບານ U.23 ຫວຽດນາມສະຫຼອງໄຊໃນອາກາດໜາວຈັດຫິມະຕົກພາຍຫຼັງ ກວາງຫາຍ ຍິງເຂົ້າປະຕູຂອງທີ່ການແຂ່ງຂັນບານເຕະຮອບຊີງຊະນະເລີດ U23 ທະວີບອາຊີ 2018.
leftcenterrightdel
ນັກທ່ອງທ່ຽວຕ່າງປະເທດຮ່ວມສະຫຼອງໄຊກັບຊາວຫວຽດນາມ ຢູ່ເມືອງ ຮ່ວານກ໋ຽມ, ນະຄອນ ຮ່າໂນ້ຍ.
leftcenterrightdel
ເຖິງວ່າມີຄວາມເສຍດາຍໜ້ອຍໜຶ່ງພາຍຫຼັງການແຂ່ງຂັນບານເຕະຮອບຊີງຊະນະເລີດກໍ່ຕາມ, ແຕ່ຍາມໃດບັນດານັກເຕະບານ U23 ຫວຽດນາມ ກໍ່ສ້າງຄວາມປະທັບໃຈທີ່ດີໃຫ້ແຟນບານເຕະຫວຽດນາມ.
leftcenterrightdel
ແຟນບານເຕະດ້ວຍທຸງແດງດາວເຫຼືອງຢ່າງຄັບຄາຢູ່ສະໜາມກິລາ ໝີດິ່ງ, ເບິ່ງແຂ່ງຂັນເຕະບານຮອບຊີງຊະນະເລີດ U23 ທະວີບອາຊີ 2018 ຜ່ານໂທລະພາບ.
leftcenterrightdel
ຊາວນະຄອນຫຼວງ ລົງຖະໜົນສະຫຼອງໄຊຊະນະຂອງ U.23 ຫວຽດນາມ.

 

ແປໂດຍ: ຮຸຍດົງ