ເຖິງວ່າໄດ້ດໍາເນີນໃນ 2 ວັນກໍ່ຕາມ, ແຕ່ບັນດານັກອາສາສະໝັກໜຸ່ມໄດ້ສະຫງວນເວລາໜຶ່ງປີເພື່ອອອກແບບ “ໝູ່ບ້ານວັດທະນະທໍາ” ໃຫ້ແກ່ພໍ່ແມ່ປະຊາຊົນໄດ້ພ້ອມກັນຕ້ອນຮັບບຸນເຕັດຫວຽດນາມ.

ບຸນເຕັດຫວຽດນາມ

leftcenterrightdel
ຊາວຫວຽດນາມຢູ່ລັດ California ໄປຕະຫຼາດດອກໄມ້ໃນໂອກາດບຸນເຕັດ. ພາບ: ຕຸຍການ

ໃນໜັງສືພິມ Mercury News ຂອງຮ່ອມພູ Silicon, San Francisco ໄດ້ລົງບົດຂຽນກ່ຽວກັບງານບຸນຕ້ອນຮັບປີໃໝ່ 2016 ຂອງສະມາຄົມຊາວຫວຽດນາມ ຢູ່ທີ່ນີ້. ດ້ວຍຫົວເລື່ອງ “ບຸນເຕັດຫວຽດນາມ-ງານບຸນທີ່ມີສີສັນສະເພາະ”, ນັກປະພັນ Joe Rodriguez ໄດ້ຂຽນວ່າ: “ວັນໜຶ່ງ, ແສງແດດອົບອຸ່ນ, ຊາວຫວຽດນາມ ອາໄສຢູ່ອາເມລິກາ ນັບຫຼາຍພັນຄົນເລີ່ມຕົ້ນການຕ້ອນຮັບປີໃໝ່ປະຈໍາຊາດໃນຊຸດເສື້ອຍາວທີ່ອ່ອນໂຍນ ແລະໜ້າຮັກຂອງແມ່ຍິງ ແລະເສື້ອແພໄໝບາງຫຍິບເປັນສີ່ປ່ຽງທີ່ເປັນມູນເຊື້ອຂອງຜູ້ຊາຍ. ເຂົາເຈົ້າຟ້ອນ ແລະຮ້ອງຂັບລຳເພງໃນທໍານອງກອນລໍາ ພື້ນເມືອງ ແລະສັ່ງສອນລູກຂອງຕົນຕາມຈິດໃຈຖືກຕ້ອງປອງດອງກັນ. ຮຸ່ນລູກຫຼານຂອງເຂົາເຈົ້າພວມຕັ້ງໜ້າຕ້ອນຮັບ “ໄມ້ເທົ້າຕໍ່ກໍາລັງແຮງ” ໃນພາລະກິດເປັນຈິດໜຶ່ງໃຈດຽວກັນເພື່ອຮັກສາສີສັນຂອງຊາດໄວ້ຢູ່ຕ່າງປະເທດ.

ກ່ຽວກັບຄວາມເຊື່ອຖື, ເຫຼືອມໃສສັດທາ, ວັດ ຮວາແຊນເຕ໋ຍ (ດອກບົວສີອິດ)ຂອງພຸດທະສາສະໜາໃນໂອກາດນີ້ໄດ້ປຸກລະດົມບັນດາການເຄື່ອນໄຫວກຸສົນ. ຂອງຂວັນບຸນເຕັດສະຫງວນໃຫ້ພວກນ້ອງນ້ອຍທີ່ມີ ສະພາບຄອບຄົວຢູ່ໂດດດ່ຽວກໍ່ໄດ້ຮັບຂອງຂວັນເພື່ອລະດົມກໍາລັງໃຈຄົບຫາສະມາຄົມ.

ໝູ່ບ້ານວັດທະນະທໍາຫວຽດນາມ

leftcenterrightdel
ນ້ອງນ້ອຍໃນຊຸດພື້ນເມືອງຢູ່ໝູ່ບ້ານວັດທະນະທໍາ. ພາບ: ສະຫະພັນສະມາຄົມນັກສຶກສາຫວຽດນາມ ຢູ່ ອາເມລິກາ

ໃນສາລະຄະດີວັນທີ 3 ກຸມພາ 2016 ຂອງສະຖານີວິທະຍຸ-ໂທລະພາບແຫ່ງຊາດ NBC, ອາເມລິກາ ມີຫົວເລື່ອງ “ເຊື່ອມຕໍ່ກັບບັນດາຮຸ້ນຕ່າງໆ: ຢູ່ງານບຸນເຕັດຫວຽດນາມ, ໝູ່ບ້ານວັດທະນະທໍາພວມຊ່ວຍທຸກຄົນ ເຕົ້າໂຮມກັນ”, ນັກຂ່າວຍິງ Kristine ກ່າວວ່າ: “ກວ່າ 3 ທົດສະວັດມານີ້, ແຕ່ລະປີ, ສະຫະພັນສະມາຄົມນັກສຶກສາຫວຽດນາມ ຢູ່ອາເມລິກາ ໄດ້ຈັດຕັ້ງງານບຸນປີໃໝ່ປະຈໍາຊາດ ເພື່ອນໍາວັດທະນະທໍາຫວຽດນາມ ມາສູ່ເຂດດິນແດນທາງພາກໃຕ້ California.

ບຸນເຕັດຫວຽດນາມ 2016 ໄດ້ດໍາເນີນແຕ່ວັນທີ 12 ຫາວັນທີ 14 ກຸມພາ 2016 ຢູ່ສູນຕະຫຼາດນັດ ແລະເຫດການ OC. ບັນດານັກຈັດຕັ້ງໄດ້ສົ່ງເສີມການເຄື່ອນໄຫວທີ່ມີສີສັນສະເພາະ, ນັ້ນແມ່ນສ້າງ “ໝູ່ບ້ານວັດທະນະທໍາ” ໃນບໍລິເວນສູນດັ່ງກ່າວດ້ວຍບັນດາກິດຈະກໍາຈຳລອງ ສະຖາປັດຕະຍະກຳ ແລະປະເພນີຫວຽດນາມ.

ບໍ່ພຽງແຕ່ມີວັດທະນະທໍາໄດ້ຮັກສາເທົ່ານັ້ນ, ຫາກໝູ່ບ້ານຍັງແມ່ນສະຖານທີ່ເຕົ້າໂຮມກັນລະຫວ່າງບັນດາຮຸ່ນຕ່າງໆອີກດ້ວຍ. ຈິດໃຈຂອງໝູ່ວັດທະນະທໍາບຸນເຕັດປີນີ້ແມ່ນ “ຫວຽດນາມ: 4.000 ປີແຫ່ງມູນເຊື້ອວັດທະນະທໍາ, ອົງອາດກ້າແກ່ນ” ໝູ່ບ້ານມີຮູບຈໍາລອງ ວັດໂໝດໂກດ (ວັດເສົາດຽວ) ໂດຍເຈົ້າຊີວິດ ຫຼີຖ່າຍຕົງ ກໍ່ສ້າງຢູ່ຫວຽດນາມ ໃນສະຕະວັດທີ 11; ຮູບຈໍາລອງຮູບແບບເຮືອນຂອງຊາວກະສິກອນຫວຽດນາມ ສ້າງດ້ວຍໄມ້ໄຜ່, ເຟືອງ, ຫຼັງຄາມຸງດ້ວຍໃບຄໍ້...

ຮູບຈໍາລອງແຕ່ລະຢ່າງຢູ່ໝູ່ບ້ານວັດທະນະທໍາຫວຽດນາມ ແມ່ນໃຊ້ເວລາສ້າງປະມານໜຶ່ງປີ, ຂັ້ນຕອນວາງແຜນການໃຫ້ບຸນເຕັດຈະມາເຖິງໄດ້ເລີ່ມຕົ້ນແຕ່ທ້າຍການເຄື່ອນໄຫວຕ້ອນຮັບບຸນເຕັດຂອງປີກາຍ. ຕາມປົກກະຕິບັນດາກິດຈະກໍາກໍ່ສ້າງໃຊ້ຄົນປະມານ 100 ຄົນ, ສ່ວນຫຼາຍແມ່ນນັກອາສາສະໝັກ ແລະນັກຮຽນ, ນັກສຶກສາພ້ອມດ້ວຍຄອບຄົວ.

 

ແປໂດຍ: ຫງວຽນກຸກ