ລາຍການມີການເຂົ້າຮ່ວມຂອງຊາວເຜົ່າກວ່າ 100 ຄົນຄື: ຊາວເຜົ່າໄຕ, ຢາວ, ມົ້້ງ, ຜູ່ໄທ, ເມື່ອງ, ຂະມຸ, ຕ່າໂອຍ, ເກີຕູ, ຣາລາຍ, ເອເດ ແລະຂະແມ... ມາຈາກ 10 ທ້ອງຖິ່ນ (ຖ໋າຍງວຽນ, ຮ່າໂນ້ຍ, ຮ່າຢາງ, ເຊີນລາ, ຮວ່າບິ່ງ, ດ້ຽນບຽນ, ເທື່ອທຽນ-ເຫວ້, ນິງຖ້ວນ, ດັກລັກ ແລະຊ໊ອກຈັງ) ແລະການເຂົ້າຮ່ວມຂອງສິລະປິນໂຮງລະຄອນ ແຈ່ວ, ໂຮງລະຄອນຕຸກກະຕາ ແລະນັກສຶກສາມະຫາວິທະຍາໄລ ວັດທະນະທໍາ ຮ່າໂນ້ຍ.

leftcenterrightdel
ພາບ: ຄະນະຄຸ້ມຄອງບ້ານວັດທະນະທໍາ-ທ່ອງທ່ຽວບັນດາຊົນເຜົ່າຫວຽດນາມ.

ຈຸດພົ້ນເດັ່ນຂອງ “ສີສັນເຂດພູສູງ” ແມ່ນລາຍການ “ລະດູບານໃໝ່ໃນໝູ່ບ້ານນ້ອງ” ໂດຍພໍ່ແມ່ປະຊາຊົນຊາວເຜົ່າໄຕ ສະແດງຄື: ຂັບສລີ, ຂັບແທນ, ບັນດາການລະຫຼິ້ນພື້ນເມືອງທີ່ພົ້ນເດັ່ນຄື: ຫຼິ້ນໂອ່ນຊາ, ແກວ່ງໝາກປາວ, ໄຕ່ເຊືອກ, ເຕັ້ນສາກ...

 

ແປໂດຍ: ຮວ່າງເຈື່ອງ