ໂດຍໄດ້ລົງມືກໍ່ສ້າງນັບແຕ່ເດືອນກັນຍາ 2017, ສຸກສາລາຕາແສງກີ່ເຕິນ ມີເງິນລົງທຶນທັງໝົດເກືອບ 3,9 ຕື້ດົ່ງ. ເນື້ອທີ່ທັງໝົດຂອງກິດຈະກຳກໍ່ສ້າງແມ່ນເກືອບ 500 ຕາແມັດ. ເມື່ອໄດ້ເປີດນໍາໃຊ້, ກິດຈະກຳຈະຮັບໃຊ້ຄວາມຕ້ອງການໃນການກວດ, ປິ່ນປົວພະຍາດ ແລະດູແລສຸຂະພາບໃຫ້ປະຊາຊົນຢູ່ຕາແສງກີ່ເຕິນ ແລະບັນດາຕາແສງໃກ້ຄຽງເກືອບ 5.000 ຄົນ.

leftcenterrightdel
ຜູ້ແທນຕັດແຖບຜ້າເປີດສະຫຼອງສຸກສາລາຕາແສງກີ່ເຕິນ. ພາບ: ວັນຟອງ.
leftcenterrightdel
ສຸກສາລາໄດ້ກໍ່ສ້າງໃນເນື້ອທີ່ທັງໝົດແມ່ນເກືອບ 500 ຕາແມັດ. ພາບ: ວັນຟອງ.

ທີ່ພິທີ, ທ່ານໝໍ ຮວ່າງທິຢຸງ, ຫົວໜ້າສຸກສາລາຕາແສງກີ່ເຕິນ ແບ່ງປັນວ່າ “ນັບແຕ່ນີ້ຕໍ່ໄປ, ພໍ່ແມ່ປະຊາຊົນທີ່ມາກວດ, ປິ່ນປົວພະຍາດຈະບໍ່ມີຄວາມກັງວົນກ່ຽວກັບການຂາດເຂີນພື້ນຖານວັດຖຸ, ອຸປະກອນການກວດ, ປິ່ນປົວພະຍາດຕື່ມອີກແລ້ວ. ສຸກສາລາຫຼັງໃໝ່ກໍ່ຈະຫຼຸດຜ່ອນການກວດ, ປິ່ນປົວພະຍາດໃຫ້ໂຮງໝໍຂັ້ນເມືອງ, ຍົກສູງວຽກງານກວດ, ປິ່ນປົວພະຍາດໃຫ້ແກ່ປະຊາຊົນໃນບໍລິເວນ”.

ການສ້າງຕັ້ງສຸກສາລາຕາແສງກີ່ເຕິນ ໄດ້ເຮັດໃຫ້ເງື່ອນໄຂຊີວິດການເປັນຢູ່ທາງດ້ານວັດຖຸ ແລະຈິດໃຈຂອງປະຊາຊົນໃນບໍລິເວນມີການປ່ຽນແປງ, ຍ້ອນວ່າຕາແສງກີ່ເຕິນ ແມ່ນໜຶ່ງໃນບັນດາຕາແສງທຸກຍາກທີ່ສຸດຂອງເມືອງບ໊າເຖືອກ. ປະຊາຊົນດໍາລົງຊີວິດຕົ້ນຕໍແມ່ນອີງໃສ່ກະສິກໍາ, ລ້ຽງສັດ. ໄລຍະທາງແຕ່ຕາແສງກີ່ເຕິນ ໄປຫາໃຈກາງເມືອງແມ່ນໄກພໍສົມຄວນ, ຍ້ອນເຫດນັ້ນ, ແຕ່ລະເທື່ອເມື່ອມີຄົນເຈັບສຸກເສີນ, ທັງຄົນເຈັບ ແລະຄອບຄົວຕ້ອງເສຍເວລາຫຼາຍໃນການເຄື່ອນຍ້າຍຈຶ່ງໄປຮອດຮາກຖານການແພດທີ່ໃກ້ທີ່ສຸດໄດ້.

leftcenterrightdel
ເລື່ອງເປີດນໍາໃຊ້ສຸກສາລາໃໝ່ຈະຊ່ວຍໃຫ້ປະຊາຊົນຕາແສງກີ່ເຕິນ ແລະຕາແສງໃກ້ຄຽງຫຼຸດຜ່ອນເວລາໃນການກວດ, ປິ່ນປົວພະຍາດ, ປະຢັດລາຍຈ່າຍ. ພາບ: ວັນຟອງ.
leftcenterrightdel
ປະຊາຊົນໄດ້ຮັບການກວດ, ບົ່ງມະຕິ, ປິ່ນປົວພະຍາດດ້ວຍອຸປະກອນການແພດທີ່ທັນສະໄໝ. ພາບ: ວັນຟອງ.

ຕີລາຄາສູງບັນດາຄວາມມານະພະຍາຍາມໜູນຊ່ວຍຂອງ Viettel ໃຫ້ແກ່ທ້ອງຖິ່ນ, ທ່ານ ລໍ່ວັນຖັ໊ງ, ຮອງປະທານຄະນະກໍາມະການປະຊາຊົນເມືອງບ໊າເຖືອກ ກ່າວວ່າ, ໃນຕະຫຼອດ 9 ປີຜ່ານມາ, ເມືອງບ໊າເຖືອກ ໄດ້ຮັບການອຸປະຖໍາຈາກ Viettel ເກືອບ 70 ຕື້ດົ່ງເພື່ອສຸມໃສ່ເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງ ແລະຮັບປະກັນຊີວິດສັງຄົມ, ການສຶກສາ, ສາທາລະນະສຸກ... ການໜູນຊ່ວຍຂອງ Viettel ໄດ້ປະກອບສ່ວນສໍາຄັນເຂົ້າໃນວຽກງານຫຼຸດຜ່ອນຄວາມທຸກຍາກຂອງທ້ອງຖິ່ນ. ອັດຕາສ່ວນຄອບຄົວທຸກຍາກຂອງເມືອງບ໊າເຖືອກ ໄດ້ຫຼຸດລົງຢ່າງແຮງແຕ່ 50% ໃນປີ 2009 ມາຮອດປະຈຸບັນເຫຼືອພຽງ 13,3 %.

ຕາມທ່ານພັນເອກພິເສດ ເລງອັກມີງ, ຮອງຫົວໜ້າການເມືອງກຸ່ມບໍລິສັດ Viettel ໃຫ້ຮູ້ວ່າ, ການສຶກສາ ແລະສາທາລະນະສຸກແມ່ນສອງຂົງເຂດຈຸດສຸມ ເຊິ່ງ Viettel ອຸປະຖໍາໃນໂຄງການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງຕາມມະຕິເລກທີ 30A ຂອງລັດຖະບານ.

ພ້ອມກັບປະຊາຊົນໄປເຂົ້າຮ່ວມພິທີເປີດສະຫຼອງສຸກສາລາ, ທ່ານ ຮ່າວັນຫງວຽດ, ປະທານຄະນະກໍາມະການປະຊາຊົນຕາແສງກີ່ເຕິນ ໄດ້ຕາງໜ້າໃຫ້ພໍ່ແມ່ປະຊາຊົນຕາແສງ ສະແດງຄວາມຂອບອົກຂອບໃຈເຖິງການນໍາທຸກຂັ້ນ, ກຸ່ມບໍລິສັດ Viettel ໄດ້ນໍາສຸກສາລາເຂົ້າເຄື່ອນໄຫວໂດຍໄວ. ຕາມທ່ານ ຮ່າວັນຫງວຽດ ແລ້ວ, ຕາແສງກີ່ເຕິນ ແມ່ນຕາແສງທີ່ທຸກຍາກ, ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ສະນັ້ນເລື່ອງເປີດນໍາໃຊ້ສຸກສາລາຈະມີການປ່ຽນແປງທາງດ້ານໂສມໜ້າ, ພື້ນຖານໂຄງລ່າງຂອງຕາແສງ, ນໍາຂະແໜງສາທາລະນະສຸກຂອງຕາແສງຂຶ້ນສູ່ລະດັບສູງໃໝ່, ປະກອບສ່ວນເຂົ້າໃນການຮັບໃຊ້, ເບິ່ງແຍງດູແລສຸຂະພາບໃຫ້ແກ່ປະຊາຊົນໃນທ້ອງຖິ່ນ.

leftcenterrightdel
ບັນດາຜູ້ແທນຢ້ຽມຢາມ, ມອບຂອງຂວັນໃຫ້ຄົນເຈັບຢູ່ສຸກສາລາຕາແສງກີ່ເຕິນ. ພາບ: ວັນຟອງ.

ກ່ອນໜ້ານັ້ນ, ໃນຂອບເຂດໂຄງການໜູນຊ່ວຍເມືອງທຸກຍາກຕາມມະຕິເລກທີ 30A ຂອງລັດຖະບານ, ວັນທີ 21 ທັນວາ, ກຸ່ມບໍລິສັດ Viettel ໄດ້ຈັດຕັ້ງພິທີມອບອຸປະກອນການສຶກສາໃຫ້ໂຮງຮຽນຢູ່ໃນບໍລິເວນເມືອງເມື່ອງລາດ, ແຂວງແທັງຮ໊ວາ 3 ແຫ່ງ.

ໂດຍໄດ້ຮູ້ວ່າ, ກຸ່ມບໍລິສັດ Viettel ແມ່ນໜຶ່ງໃນບັນດາກົມກອງທໍາອິດທີ່ເຂົ້າຮ່ວມໂຄງການໜູນຊ່ວຍຕາມມະຕິເລກທີ 30A ຂອງລັດຖະບານແຕ່ປີ 2009, ໜູນຊ່ວຍ 3 ເມືອງໂດຍກົງ: ເມື່ອງລາດ, ບ໊າເຖືອກ (ແຂວງແທັງຮ໊ວາ) ແລະດັກຣົງ (ແຂວງກວ໋າງຈິ). ໄລ່ມາຮອດປະຈຸບັນ, ຄ່າໃຊ້ຈ່າຍທັງໝົດທີ່ Viettel ໜູນຊ່ວຍໃຫ້ 3 ເມືອງດັ່ງກ່າວແມ່ນກວ່າ 200 ຕື້ດົ່ງ. ໃນນັ້ນ, ເມືອງບ໊າເຖືອກ (65 ຕື້ດົ່ງ), ເມື່ອງລາດ (ເກືອບ 60 ຕື້ດົ່ງ), ດັກຣົງ (ກວ່າ 76 ຕື້ດົ່ງ)

ເພື່ອບັນລຸໄດ້ປະສິດທິຜົນສູງສຸດໃນການຫຼຸດຜ່ອນຄວາມທຸກຍາກ, Viettel ກໍ່ນໍາບັນດາໂຄງການຮັບປະກັນຊີວິດສັງຄົມໃຫຍ່ຕ່າງໆຂອງກຸ່ມບໍລິສັດເຂົ້າໃນບັນດາເມືອງນີ້ ຄື: ອິນເຕີແນັດຢູ່ໂຮງຮຽນ, ຫົວໃຈໃຫ້ນ້ອງ, ເພື່ອນ້ອງມັກຮຽນ...

ໂດຍ: ບົວພອນ