ທີ່ກອງປະຊຸມສໍາມະນາປະກາດບົດລາຍງານແຫ່ງຊາດຕາມ UPR ຮອບວຽນທີ 3 ໄດ້ດໍາເນີນໃນຕອນເຊົ້າວັນທີ 3 ທັນວາ ຢູ່ຮ່າໂນ້ຍ, ໂດຍກະຊວງການຕ່າງປະເທດຫວຽດນາມ ສົມທົບກັບໂຄງການພັດທະນາສະຫະປະຊາຊາດ  (UNDP) ຢູ່ຫວຽດນາມ ຈັດຕັ້ງ, ບັນດາຜູ້ແທນຕີລາຄາຢ່າງຕັ້ງໜ້າບັນດາຜົນງານຂອງຫວຽດນາມ ໃນຂົງເຂດປົກປັກຮັກສາ ແລະຊຸກຍູ້ສິດຂອງມະນຸດ.

ຫຼາຍນະໂຍບາຍໃໝ່ເພື່ອຮັບປະກັນສິດຂອງມະນຸດໄດ້ປະກາດໃຊ້

ທ່ານນາງ Caitlin Wiesen, ຜູ້ຮັກສາການຫົວໜ້າອົງການຕາງໜ້າ UNDP ປະຈໍາ ຫວຽດນາມ, ເນັ້ນໜັກວ່າ, ວັນທີ 3 ທັນວາ ແມ່ນວັນຄົນພິການສາກົນ ແລະນີ້ແມ່ນບັນຫາສໍາຄັນສໍາລັບທັງ UNDP ກໍ່ຄືລັດຖະບານຫວຽດນາມ. ບົດລາຍງານແຫ່ງຊາດຕາມ UPR ຮອບວຽນທີ 3 ກໍ່ຢືນຢັນບັນບັນດາຜົນງານຂອງຫວຽດນາມ ໃນຂົງເຂດຮັບປະກັນສິດຂອງຄົນພິການ...

leftcenterrightdel
ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: ໝີແຮ້ງ.

ບົດລາຍງານກໍ່ຕີລາຄາວ່ານັບແຕ່ການທົບທວນຮອບວຽນທີ 2, ຫວຽດນາມ ໄດ້ມານະພະຍາຍາມປັບປຸງດ້ານກົດໝາຍ, ລະບອບລະບຽບ, ນະໂຍບາຍກ່ຽວກັບສິດຂອງມະນຸດໃຫ້ສົມບູນແບບ, ສ້າງພື້ນຖານໝັ້ນແກ່ນ ເພື່ອນໍາມາເຊິ່ງບັນດາໝາກຜົນຈາກພຶດຕິກໍາຕົວຈິງທີ່ເປັນໜ້າສົ່ງເສີມ. ຕາມບົດລາຍງານແລ້ວ, ນັບແຕ່ການທົບທວນຮອບວຽນທີ 2, ບັນດານະໂຍບາຍສໍາຄັນໃໝ່ຫຼາຍສະບັບໄດ້ປະກາດໃຊ້ດ້ວຍເປົ້າໝາຍເພື່ອໃຫ້ປະຊາຊົນຫວຽດນາມ ທຸກໆຄົນໄດ້ຊົມໃຊ້ສິດຂອງມະນຸດຢ່າງຄົບຖ້ວນ, ພິເສດແມ່ນຄວາມມານະພະຍາຍາມສ້າງລັດຖະບານສ້າງສັນ, ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ, ຮັບປະກັນສິດພັດທະນາ, ສິດຂອງຜູ້ອອກແຮງງານ...

ນອກຈາກນັ້ນ, ລັດຖະບານກໍ່ປະກາດໃຊ້ບັນດານະໂຍບາຍກ່ຽວກັບການຫຼຸດຜ່ອນຄວາມທຸກຍາກ, ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ... ພ້ອມກັນນັ້ນແມ່ນບັນດາຄວາມມານະພະຍາຍາມປັບປຸງກົດໝາຍ, ນະໂຍບາຍກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍໃຫ້ສົມບູນແບບ.

ກ່ຽວກັບການປະຕິບັດບັນດາຄໍາໝັ້ນສັນຍາສາກົນ ແລະການຮ່ວມມືສາກົນກ່ຽວກັບສິດຂອງມະນຸດ, ຫວຽດນາມໄດ້ໃຫ້ສັດຕະຍາບັນສົນທິສັນຍາກ່ຽວກັບສິດຂອງມະນຸດສອງສະບັບຕື່ມອີກ ຄື: ສົນທິສັນຍາກ່ຽວກັບສິດຂອງຄົນພິການ ແລະສົນທິສັນຍາຕ້ານການທຸບຕີທໍລະມານ ແລະບັນດາຮູບການປະພຶດ ຫຼື ລົງໂທດຢ່າງໂຫດຮ້າຍສາມານ, ໄຮ້ມະນຸດສະທຳ ຫຼືເຮັດໃຫ້ອັບອາຍຂາຍໜ້າຂອງຄວາມເປັນມະນຸດ.

ພິເສດ, ບົດລາຍງານກໍ່ຍົກອອກບັນດາຜົນງານທີ່ບັນລຸໄດ້ໃນວຽກງານປົກປັກຮັກສາ ແລະຊຸກຍູ້ສິດຂອງມະນຸດໃນສະພາບການຕົວຈິງ, ລວມມີບັນດາສິດພົນລະເຮືອນ, ການເມືອງ, ເສດຖະກິດ, ສັງຄົມ ແລະວັດທະນະທໍາ, ຄື: ບັນດາສິດຄວາມສະເໝີພາບຕໍ່ໜ້າກົດໝາຍ; ສິດມີຊີວິດ, ສິດໄດ້ຮັບການເຄົາລົບນັບຖືກ່ຽວກັບກຽດສັກສີ ແລະບໍ່ສາມາດແຕະຕ້ອງໄດ້ກ່ຽວກັບຮ່າງກາຍ; ສິດເສລີໃນການໄປມາ... ບົດລາຍງານກໍ່ສະເໜີບັນດາທິດບຸລິມະສິດຂອງລັດຖະບານຫວຽດນາມ ໃນໄລຍະຈະມາເຖິງເພື່ອຮັບປະກັນການຊົມໃຊ້ບັນດາສິດພື້ນຖານຂອງປະຊາຊົນແຕ່ລະຄົນເປັນຢ່າງດີກວ່າອີກ.

ຫວຽດນາມ ຖືເປັນສໍາຄັນບັນດາຄໍາໝັ້ນສັນຍາຕາມກົນໄກ UPR

ຕາມທ່ານນາງ Caitlin Wiesen ແລ້ວ, ຂັ້ນຕອນທົບທວນຕາມ UPR ຜ່ານບັນດາຮອບວຽນໄດ້ປະຕິບັດ 4 ປີເຄິ່ງຕໍ່ເທື່ອໜຶ່ງ. ນີ້ແມ່ນຂັ້ນຕອນສໍາຄັນເພື່ອສະແດງໃຫ້ເຫັນຄວາມກ້າວໜ້າຂອງປະເທດຕ່າງໆຜ່ານບັນດາຮອບວຽນໃນຂົງເຂດຮັບປະກັນສິດຂອງມະນຸດ. ແລະໄລຍະປະຕິບັດບັນດາຂໍ້ສະເໜີແນະກໍ່ແມ່ນໄລຍະສໍາຄັນທີ່ສຸດໃນຂັ້ນຕອນທົບທວນ.

ຕາມທ່ານ ດັ້ງຮວ່າງຢາງ, ຫົວໜ້າຫ້ອງການກະຊວງການຕ່າງປະເທດຫວຽດນາມ ແລ້ວ, ເພື່ອຜັນຂະຫຍາຍບັນດາຂໍ້ສະເໜີແນະ UPR, ຫວຽດນາມ ໄດ້ເປັນເຈົ້າການສ້າງແຜນການສັງລວມໂດຍໄດ້ຮັບການອະນຸມັດຜ່ານຈາກນາຍົກລັດຖະມົນຕີ, ແບ່ງໜ້າທີ່ໃຫ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ.

ການປະຕິບັດບັນດາຂໍ້ສະເໜີແນະ UPR ໄດ້ສົ່ງຜົນກະທົບຢ່າງຕັ້ງໜ້າ, ພິເສດໃນຂົງເຂດກໍ່ສ້າງລະບົບກົດໝາຍກ່ຽວກັບສິດຂອງມະນຸດ, ຮັບປະກັນຊີວິດສັງຄົມ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ ແລະຊຸກຍູ້ການຮ່ວມມື, ການເຈລະຈາຢູ່ຂັ້ນພາກພື້ນ ແລະສາກົນກ່ຽວກັບບັນຫາສິດຂອງມະນຸດ. ທ່ານ ດັ້ງຮວ່າງຢາງ ຢືນຢັນວ່າ “ນີ້ແມ່ນສາຍເຫດ, ພ້ອມທັງແມ່ນກໍາລັງໜູນເພື່ອໃຫ້ຫວຽດນາມ ສືບຕໍ່ຖືເປັນສໍາຄັນ ແລະປະຕິບັດບັນດາຄໍາໝັ້ນສັນຍາຕາມກົນໄກ UPR ຢ່າງເຂັ້ມງວດ.

ທ່ານນາງ Caitlin Wiesen ຖືວ່າ, ດ້ວຍການເພີ່ມທະວີບັນດາກົນໄກແຫ່ງຊາດກ່ຽວກັບບົດລາຍງານ, ການປະຕິບັດ ແລະຕິດຕາມກວດກາ, ຫວຽດນາມ ອາດຈະສະແດງໃຫ້ເຫັນວ່າມີກອບກົດໝາຍ ແລະລະບອບລະບຽບການທີ່ເໝາະສົມ, ມີປະສິດທິຜົນເພື່ອປະຕິບັດທຸກໆຂໍ້ສະເໜີແນະຈາກບັນດາກົນໄກສິດຂອງມະນຸດ

ໂດຍ: ບົວພອນ