leftcenterrightdel
ພາບປະກອບຄັດຈາກ: viettelstore.vn.

ວັນທີ 30 ພະຈິກ, ຢູ່ຮ່າໂນ້ຍ, ສະຫະສະມາຄົມຄວາມປອດໄພທາງຂໍ້ມູນຂ່າວສານ ໄດ້ສົມທົບກັບກົມຄວາມປອດໄພທາງຂໍ້ມູນຂ່າວສານ (ກະຊວງຖະແຫຼງຂ່າວ ແລະສື່ສານ) ແລະກອງບັນຊາການ 86 (ກະຊວງປ້ອງກັນປະເທດ) ດຳເນີນກອງປະຊຸມສຳມະນາ, ງານວາງສະແດງສາກົນ “ວັນຄວາມປອດໄພທາງຂໍ້ມູນຂ່າວສານຫວຽດນາມ 2018”. ໃນຂອບເຂດກອງປະຊຸມສຳມະນາ, ສະຫະສະມາຄົມຄວາມປອດໄພທາງຂໍ້ມູນຂ່າວສານໄດ້ປະກາດບັນຊີລາຍຊື່ ແລະມອບນາມມະຍົດ “ຜະລິດຕະພັນທີ່ມີຄວາມປອດໄພທາງຂໍ້ມູນຂ່າວສານ” ແລະ “ການບໍລິການທີ່ມີຄວາມປອດໄພທາງຂໍ້ມູນຂ່າວສານດີເດັ່ນ” ປີ 2018. ໃນນັ້ນ, ຜະລິດຕະພັນ Viettel Security Information & Event Management (SIEM) ຂອງສູນປ້ອງກັນຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ Viettel (ກຸ່ມບໍລິສັດອຸດສາຫະກຳໂທລະຄົມມະນາຄົມກອງທັບ) ໄດ້ຮັບນາມມະຍົດ “ຜະລິດຕະພັນທີ່ມີຄວາມປອດໄພທາງຂໍ້ມູນຂ່າວສານ”...

ໂດຍ: ວຽງຄຳ