ຍັງບໍ່ທັນມີເຄືອຂ່າຍອິນເຕີແນັດ 4G ຢ່າງແທ້ຈິງເທື່ອ

ຕາມກະຊວງຖະແຫຼງຂ່າວ ແລະສື່ສານແລ້ວ, ທ້າຍປີ  2016, ກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ໄດ້ອອກໃບອະນຸຍາດໃຫ້ 5 ວິສາຫະກິດ (VNPT, Viettel, MobiFone, Vietnamoblie, Gtel) ຜັນຂະຫຍາຍເຄືອຂ່າຍອິນເຕີແນັດ 4G ໃນຄວາມຖີ່ 1800 MHz. ໄລ່ມາຮອດປະຈຸບັນ, ຍົກເວັ້ນແຕ່ Gtel, ບັນດາວິສາຫະກິດໄດ້ສະໜອງການບໍລິການ 4G ໃຫ້ຜູ້ນໍາໃຊ້ຢ່າງເປັນທາງການແລ້ວ. ໃນນັ້ນ,  VNPT, Viettel ໄດ້ຜັນຂະຫຍາຍເຄືອຂ່າຍອິນເຕີແນັດ 4G ໃນຄວາມຖີ່ 1800 MHz.

ພາຍຫຼັງທີ່ຜັນຂະຫຍາຍເຄືອຂ່າຍອິນເຕີແນັດ 4G ຢ່າງເປັນທາງການມາເປັນເວລາກວ່າ 1 ປີໄດ້ມີເບີໂທລະສັບນຳໃຊ້ລະບົບຄວາມຖີ່ກວ້າງກວ່າ 13 ລ້ານເບີ, ຕົ້ນຕໍແມ່ນຢູ່ນະຄອນ, ເທດສະບານແຂວງ, ເທດສະບານເມືອງ.

ຕາມທ່ານ ຕ່າວດຶກຖັ໋ງ, ຮອງຜູ້ອໍານວຍການໃຫຍ່ກຸ່ມບໍລິສັດອຸດສາຫະກໍາ - ໂທລະຄົມມະນາຄົມກອງທັບ (Viettel), ເລື່ອງບັນດາບໍລິສັດໂທລະຄົມມະນາຄົມໃຊ້ຄວາມຖີ່ 1.800 MHz ທີ່ສະຫງວນໃຫ້ເຄືອຂ່າຍອິນເຕີແນັດ 2G ເພື່ອສະໜອງແມ່ນຍ້ອນຜູ້ນໍາໃຊ້ເຄືອຂ່າຍອິນເຕີແນັດ 2G ຫຼຸດລົງ, ໃນຂະນະນັ້ນຜູ້ນໍາໃຊ້ຖານຂໍ້ມູນ (data) ໃຫ້ເຄືອຂ່າຍອິນເຕີແນັດ 3G, 4G ນັບມື້ນັບເພີ່ມຂຶ້ນ, ຕາມນັ້ນແລ້ວ, ບັນດາບໍລິສັດໂທລະຄົມມະນາຄົມໄດ້ຂຸດຄົ້ນ 10-15 MHz ຂອງຄວາມຖີ່ດັ່ງກ່າວໃຫ້ແກ່ການບໍລິການ 4G, ໃນວິວັດການນໍາໃຊ້ນັ້ນ, ປະລິມານຜູ້ນໍາໃຊ້ການບໍລິການ 4G ນັບມື້ນັບເພີ່ມຂຶ້ນ, ແຕ່ຍ້ອນຕ້ອງນໍາໃຊ້ຮ່ວມກັນກັບຄວາມຖີ່ຂອງເຄືອຂ່າຍອິນເຕີແນັດ 2G ສະນັ້ນຈຶ່ງເຮັດໃຫ້ລະດັບຄວາມໄວຂອງເຄືອຂ່າຍອິນເຕີແນັດ 4G ບໍ່ສູງ.

leftcenterrightdel
ລູກຄ້ານໍາໃຊ້ບໍລິການເຄືອຂ່າຍອິນເຕີແນັດ 4G ຂອງ Viettel. ພາບ: ວັນຟອງ.
leftcenterrightdel
ປະຈຸບັນ Viettel ພວມນຳໃຊ້ຄວາມຖີ່ໃຫ້ບັນດາເຄືອຂ່າຍອິນເຕີເນັດໃນໂທລະສັບມືຖື. ພາບ: ວັນຟອງ.

ທ່ານ ຕ່າວດຶກຖັ໋ງ ກໍ່ແບ່ງປັນຕື່ມວ່າ “ເພື່ອຮັບປະກັນເຄືອຂ່າຍອິນເຕີແນັດ 4G ມີຄວາມໄວສູງນັ້ນແມ່ນມີສອງວິທີຄືເພີ່ມເຕີມຄວາມຖີ່ ແລະເພີ່ມບໍລິມາດບັນຈຸ. ບໍລິສັດໂທລະຄົມມະນາຄົມຕິດຕັ້ງສະຖານີ BTS ເພື່ອແກ້ໄຂຄຸນນະພາບຂອງສັນຍານຢູ່ບໍລິເວນດັ່ງກ່າວນັ້ນບໍ່ໄດ້ດີ ເຊິ່ງບໍ່ຄວນລົງທຶນໃສ່ BTS ເພື່ອປ່ຽນແທນຄວາມຖີ່ຕື່ມອີກຄືແນວນັ້ນແມ່ນຟຸ່ມເຟືອຍ. ຍ້ອນເຫດນັ້ນ, ພຽງແຕ່ມີວີທີແມ່ນນໍາຄວາມຖີ່ 2.600 MHz ເຂົ້າຂຸດຄົ້ນໂດຍໄວເພື່ອຮັບປະກັນລະດັບຄວາມໄວຂອງເຄືອຂ່າຍອິນເຕີແນັດ 4G ທີ່ສະໜອງໃຫ້ລູກຄ້າ.

ກໍ່ຕາມທ່ານ ຕ່າວດຶກຖັ໋ງ ແລ້ວ, ທ້າຍປີ 2017, ກຸ່ມບໍລິສັດ Viettel ໄດ້ສະເໜີແນະຕໍ່ກະຊວງຖະແຫຼງຂ່າວ ແລະສື່ສານດໍາເນີນບັນດາລະບຽບການເພື່ອໃຫ້ວິສາຫະກິດໄດ້ມີໃບອະນຸຍາດຂຸດຄົ້ນເຄືອຂ່າຍອິນເຕີແນັດ 4G ໃນຄວາມຖີ່ 2.600 MHz ໂດຍໄວ. 

ຂຸດຄົ້ນແຫຼ່ງຊັບພະຍາກອນຄວາມຖີ່ເປັນຢ່າງດີ

ເມື່ອຕີລາຄາກ່ຽວກັບການຜັນຂະຫຍາຍເຄືອຂ່າຍອິນເຕີແນັດ 4G ຢູ່ຫວຽດນາມ, ທ່ານ ທ່ຽວເຟືອງນາມ, ຜູ້ອໍານວຍການໃຫຍ່ Qualcomm ຫວຽດນາມ, ລາວ ແລະກໍາປູເຈຍ ແບ່ງປັນວ່າ: ຕາມການສັງເກດຂອງຂ້າພະເຈົ້າ, ຍາກທີ່ຈະມີປະເທດໃດພາຍຫຼັງໄດ້ຮັບໃບອະນຸຍາດຜັນຂະຫຍາຍເຄືອຂ່າຍອິນເຕີແນັດ 4G ແລ້ວ, ໃນ 6 ເດືອນສາມາດສົ່ງສັນຍານ 4G ປົກຄຸມໄປທົ່ວບໍລິເວນກວ້າງໃຫຍ່ຄືບັນດາບໍລິສັດໂທລະຄົມມະນາຄົມຫວຽດນາມ. ນັ້ນແມ່ນຜົນສໍາເລັດທີ່ໜ້າເຄົາລົບ. ຫວຽດນາມ ແມ່ນປະເທດຜັນຂະຫຍາຍເຄືອຂ່າຍອິນເຕີແນັດ 4G ຊ້າສະນັ້ນຈຶ່ງມີຄວາມສະດວກເມື່ອມີອຸປະກອນໜູນຊ່ວຍຫຼາຍກວ່າ, ຖືກກວ່າ. ຜູ້ນໍາໃຊ້ຫວຽດນາມ ພ້ອມແລ້ວທີ່ຈະຫັນມາໃຊ້ເຄືອຂ່າຍອິນເຕີແນັດ 4G, ນີ້ແມ່ນບາດກ້າວດີພໍສົມຄວນ. ເຖິງຢ່າງໃດກໍ່ຕາມ, ປະຈຸບັນເຕັກໂນໂລຢີ 4G ຢູ່ຫວຽດນາມ ຫາກໍ່ໄດ້ຜັນຂະຫຍາຍຢູ່ໃນລະດັບພື້ນຖານ. ຄວາມຖີ່ຍັງແຄບຢູ່, ຫວັງວ່າໄລຍະຈະມາເຖິງຈະມີຄວາມຖີ່ 2.600  MHz ແລະ 2.300 MHz ໃຫ້ເຄືອຂ່າຍອິນເຕີແນັດ 4G ຕື່ມອີກ. ຄວາມຖີ່ຂອງເຄືອຂ່າຍອິນເຕີແນັດ 4G ສໍາຄັນທີ່ສຸດ, ຢາກໃຫ້ເຄືອຂ່າຍອີນເຕີແນັດມີຄຸນນະພາບດີນັ້ນຄວາມຖີ່ຕ້ອງໄດ້ຮັບການໃຫ້ບຸລິມະສິດຢູ່ແຖວໜ້າ.

leftcenterrightdel
ເລື່ອງນໍາຄວາມຖີ່ 2.600MHz ເຂົ້ານໍາໃຊ້ໂດຍໄວນັ້ນຈະຊ່ວຍໃຫ້ບັນດາບໍລິສັດໂທລະຄົມມະນາຄົມມີຄວາມຖີ່ຕື່ມອີກ ເພື່ອຜັນຂະຫຍາຍເຄືອຂ່າຍອິນເຕີແນັດໃນໂທລະສັບມືຖືທີ່ມີຄວາມຖີ່ກວ້າງ. ພາບ: ວັນຟອງ.

ສ່ວນອົງການຄຸ້ມຄອງລັດ, ທ່ານ ດວ່ານກວາງຮວານ, ຫົວໜ້າກົມຄວາມຖີ່ວິທະຍຸ (ກະຊວງຖະແຫຼງຂ່າວ ແລະສື່ສານ) ໃຫ້ຮູ້ວ່າ, ຍ້ອນບັນດາບໍລິສັດໂທລະຄົມມະນາຄົມພວມສະໜອງເຄືອຂ່າຍອິນເຕີແນັດ 4G ໃນຄວາມຖີ່ 1.800 MHz ທີ່ສະຫງວນໃຫ້ແກ່ການຂຸດຄົ້ນບໍລິການ 2G, ສະນັ້ນອັດຕາສ່ວນຄວາມຖີ່ສໍາລັບເຄືອຂ່າຍອິນເຕີແນັດ 4G ພວມຖືກຈໍາກັດຢູ່ ແລະມີຜົນສະທ້ອນເຖິງລະດັບຄວາມໄວ. ປະຈຸບັນກະຊວງຖະແຫຼງຂ່າວ ແລະສື່ສານກໍ່ໄດ້ລາຍງານຂໍແຜນນະໂບບາຍ ແລະຍື່ນສະເໜີຕໍ່ລັດຖະບານແນະນໍາເພື່ອດໍາເນີນການປະມູນຄວາມຖີ່ 2.600 MHz.

ເພື່ອຮັບປະກັນຄຸນນະພາບຂອງເຄືອຂ່າຍອິນເຕີແນັດ 4G, ບັນດານັກຊ່ຽວຊານຖືວ່າ, ວິທີດີທີ່ສຸດເພື່ອແກ້ໄຂບັນຫາດັ່ງກ່າວແມ່ນນໍາຄວາມຖີ່ 2.600MHz ເຂົ້າຂຸດຄົ້ນໂດຍໄວ ເພື່ອຮັບປະກັນລະດັບຄວາມໄວຂອງເຄືອຂ່າຍອິນເຕີແນັດ 4G ທີ່ສະໜອງໃຫ້ແກ່ລູກຄ້າ.

ໂດຍ: ຫງວຽນກຸກ