leftcenterrightdel
ຍົກສູງຄຸນນະພາບເຄືອຂ່າຍແມ່ນໜ້າທີ່ຂອງຖັນແຖວນັກເຕັກນິກ Viettel. ພາບ: ແທງຮ່າ.

ຕາມບົດລາຍງານແລ້ວ, ທັງ 8 ຕົວເລກຄາດໝາຍ, ເຄືອຂ່າຍ 3G ຂອງ Viettel ລ້ວນແຕ່ລື່ນກາຍມາດຕະຖານຂອງກະຊວງຖະແຫຼງຂ່າວ ແລະສື່ສານ. ວິວັດການວັດແທກ ແລະກວດກາ ໂດຍກົມໂທລະຄົມມະນາຄົມປະຕິບັດໃນບໍລິເວນບັນດາແຂວງ: ລ້າງເຊີນ, ທ໋າຍງວຽນ, ກວາງຈີ້, ກວາງບິ່ງ, ເບັ໋ນແຈ, ຕ່ຽນຢາງ ໃນລະຫວ່າງວັນທີ 14-25 ມິຖຸນາ. ໝາກຜົນສຸດທ້າຍໄດ້ປະກາດໃນເວັບໄຊຂອງກົມໂທລະຄົມມະນາຄົມ  (http://vnta.gov.vn) ໃນເດືອນຕຸລາ 2018.

leftcenterrightdel
ໝາກຜົນການວັດແທກ ແລະກວດກາ. ພາບ: ກົມໂທລະຄົມມະນາຄົມ.

ທ່ານ ຮ່າມິງຕວ໋ນ, ຮອງຜູ້ອໍານວຍການບໍລິສັດໃຫຍ່ເຄືອຂ່າຍ Viettel ເວົ້າວ່າ: “Viettel ຍາມໃດກໍ່ຖືເຄືອຂ່າຍແມ່ນປັດໄຈສໍາຄັນຂອງຄຸນນະພາບຜະລິດຕະພັນ, ການບໍລິການ. ສະນັ້ນ, ສຳລັບເຄືອຂ່າຍ 2G, 3G ຫຼື 4G, ນັບແຕ່ເລີ່ມຕົ້ນດໍາເນີນທຸລະກິດ Viettel ໄດ້ກໍານົດລົງທຶນພື້ນຖານໂຄງລ່າງເຄືອຂ່າຍຢ່າງເລິກເຊິ່ງ, ກວ້າງຂວາງ, ປົກຄຸມສັນຍານໄປທົ່ວປະເທດ. ພ້ອມກັນນັ້ນ, Viettel ຍັງໝູນໃຊ້ເຕັກໂນໂລຢີຫຼາຍຢ່າງ ເພື່ອກຳໄດ້ຈຳນວນຜູ້ນໍາໃຊ້ບໍລິການ, ຈາກນັ້ນເປັນເຈົ້າການເຮັດໃຫ້ເຄືອຂ່າຍນັບມື້ນັບດີຂຶ້ນ”.

ກ່ອນໜ້ານັ້ນ, ບໍລິສັດກວດກາຄວາມໄວອິນເຕີແນັດໂດຍບໍ່ເສຍຄ່າ  Speedtest ກໍ່ປະກາດວ່າ Viettel ແມ່ນເຄືອຂ່າຍມືຖືໄວທີ່ສຸດຢູ່ຫວຽດນາມ  ດ້ວຍລະດັບດາວໂຫຼດຄວາມໄວ 28.22Mbps ແລະ ອັບໂຫຼດຄວາມໄວ 13.56 Mbps.

ໂດຍ: ທູຈາງ