ລາຍການ “ນຳໃຊ້ບໍລິການເບີລາຍເດືອນ - ຮັບ Honda SH ທັນທີ” ແມ່ນຂອງຂວັນເຊິ່ງ Viettel ຕອບບຸນຄຸນລູກຄ້າທີ່ໄດ້, ພວມ ແລະຈະນຳໃຊ້ບໍລິການເບີລາຍເດືອນຂອງ Viettel ແຕ່ວັນທີ 10 ພຶດສະພາ ຫາວັນທີ 30 ກັນຍາ. ນີ້ກໍ່ແມ່ນເຫດການເພື່ອໃຫ້ Viettel ຂອບໃຈລູກຄ້າທີ່ໄດ້ໄວ້ເນື້ອເຊື່ອໃຈ ແລະນຳໃຊ້ບໍລິການຂອງຕົນໃນຕະຫຼອດໄລຍະຜ່ານມາ. ກ່ອນໜ້ານັ້ນ, Viettel ສາຂານະຄອນຫຼວງຮ່າໂນ້ຍ ຊອກໄດ້ລູກຄ້າໂຊກດີທີ່ສຸດ 6 ຄົນໃນໄລຍະທີ 4 ຂອງລາຍການ “ນຳໃຊ້ບໍລິການເບີລາຍເດືອນ - ຮັບ Honda SH ທັນທີ”.

leftcenterrightdel
ລູກຄ້າ ເລວັນເລີມ ຮັບລາງວັນ. ພາບ: qdnd.vn

ລູກຄ້າ ເລວັນເລີມ (ນະຄອນຫຼວງຮ່າໂນ້ຍ), ຜູ້ໂຊກດີທີ່ໄດ້ຮັບລາງວັນທີໜຶ່ງຂອງລາຍການແບ່ງປັນວ່າ, ຂ້າພະເຈົ້າຕົກສະເງີທີ່ສຸດເມື່ອຮູ້ວ່າຕົນແມ່ນຜູ້ໂຊກດີໄດ້ຮັບລາງວັນທີໜຶ່ງຂອງລາຍການ. ຂໍສົ່ງຄຳຂອບໃຈເຖິງ Viettel ສາຂານະຄອນຫຼວງຮ່າໂນ້ຍ ເວົ້າສະເພາະ ແລະກຸ່ມບໍລິສັດອຸດສາຫະກຳ - ໂທລະຄົມມະນາຄົມກອງທັບເວົ້າລວມ ທີ່ໄດ້ຈັດຕັ້ງລາຍການຢ່າງແທດຈິງໃຫ້ແກ່ລູກຄ້າ. ຫວັງວ່າ, ໃນຕໍ່ໜ້າ, Viettel ສາຂານະຄອນຫຼວງຮ່າໂນ້ຍ ສືບຕໍ່ມີຫຼາຍລາຍການທີ່ສະຫງວນໃຫ້ແກ່ລູກຄ້າ.

Viettel ສາຂານະຄອນຫຼວງຮ່າໂນ້ຍ ຫວັງວ່າ, ຜ່ານບັນດາລາຍການຄືແນວນີ້, ລູກຄ້າຈະສືບຕໍ່ຮ່ວມເດີນທາງພ້ອມກັບ Viettel ສາຂານະຄອນຫຼວງຮ່າໂນ້ຍ ເພື່ອສ້າງກຳລັງໜູນໃຫ້ Viettel ສາຂານະຄອນຫຼວງຮ່າໂນ້ຍ ສູ້ຊົນ, ສ້າງບັນດາລາຍການທີ່ດູດດື່ມ, ມີປະໂຫຍດໃຫ້ແກ່ລູກຄ້າກວ່າອີກ.

ໂດຍ: ທູຮັ່ງ