ບໍລິສັດໃຫຍ່ມາດຕະການແກ້ໄຂໃຫ້ວິສາຫະກິດ Viettel ແມ່ນຫົວໜ່ວຍຕາງໜ້າໃຫ້ກຸ່ມບໍລິສັດ Viettel ໃນການຜັນຂະຫຍາຍບັນດາໂຄງການ ແລະສະໜອງມາດຕະການເຕັກໂນໂລຢີຂໍ້ມູນຂ່າວສານ - ໂທລະຄົມມະນາຄົມໃຫ້ລັດຖະບານ, ກະຊວງ, ຂະແໜງການ, ຄະນະກຳມະການປະຊາຊົນແຂວງ, ນະຄອນທຸກຂັ້ນ, ບັນດາວິສາຫະກິດ ແລະອົງການຈັດຕັ້ງຢູ່ຫວຽດນາມ ກໍ່ຄືຢູ່ໃນໂລກ.

leftcenterrightdel
ທ່ານພົນຈັດຕະວາ  ເລດັງຢູງ, ຮັບຜິດຊອບປະທານ, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດອຸດສາຫະກຳ - ໂທລະຄົມມະນາຄົມກອງທັບ ມອບຊໍ່ດອກໄມ້ອວຍພອນຄະນະອຳນວຍການບໍລິສັດໃຫຍ່ມາດຕະການແກ້ໄຂໃຫ້ວິສາຫະກິດ Viettel. ພາບ: ວັນຟອງ.

ກ່າວຄຳເຫັນອວຍພອນທີ່ພິທີເປີດຕົວ, ທ່ານພົນຈັດຕະວາ ເລດັງຢູງ, ຮັບຜິດຊອບປະທານ, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດອຸດສາຫະກຳ - ໂທລະຄົມມະນາຄົມ (Viettel) ໃຫ້ຮູ້ວ່າ: “ບໍລິສັດໃຫຍ່ມາດຕະການແກ້ໄຂໃຫ້ວິສາຫະກິດໄດ້ຮັບການສ້າງຕັ້ງເປັນຂີດໝາຍການຫັນປ່ຽນຍຸດທະສາດ Viettel. ນີ້ແມ່ນວຽກງານເພື່ອແນໃສ່ສ້າງ Viettel ຄືນໃໝ່, ຂະຫຍັນຂັນເຄື່ອນກວ່າ, ມີເຕັກໂນໂລຢີກວ່າ; ມຸ່ງໄປເຖິງລູກຄ້າ, ຖືລູກຄ້າເປັນໃຈກາງ”.

ກ່ຽວກັບເປົ້າໝາຍຂອງບໍລິສັດໃຫຍ່ມາດຕະການແກ້ໄຂໃຫ້ວິສາຫະກິດ ແມ່ນຕ້ອງກາຍເປັນບໍລິສັດໃຫຍ່ອັນດັບໜຶ່ງຂອງ ຫວຽດນາມ ກ່ຽວກັບການສະໜອງມາດຕະການແກ້ໄຂດ້ານເຕັກໂນໂລຢີຂໍ້ມູນຂ່າວສານ ແລະໂທລະຄົມມະນາຄົມໃຫ້ແກ່ລູກຄ້າແມ່ນລັດຖະບານ ແລະວິສາຫະກິດ. ຮອດປີ 2020, ລາຍຮັບ ແລະກຳໄລເພີ່ມຂຶ້ນສະເລ່ຍແຕ່ 30-40%/ປີ.

leftcenterrightdel
ທ່ານພັນຕີ ຟູ່ງວັນເກື່ອງ, ຜູ້ອຳນວຍການໃຫຍ່ບໍລິສັດໃຫຍ່ມາດຕະການແກ້ໄຂໃຫ້ວິສາຫະກິດ ກ່າວຄຳເຫັນທີ່ພິທີເປີດນຳໃຊ້. ພາບ: ວັນຟອງ

ຕາມທ່ານພັນຕີ ຟູ່ງວັນເກື່ອງ, ຜູ້ອຳນວຍການໃຫຍ່ບໍລິສັດໃຫຍ່ມາດຕະການແກ້ໄຂໃຫ້ວິສາຫະກິດ ແລ້ວ: “Viettel ຈະສຸມໃສ່ລົງທຶນເຂົ້າຂົງເຂດເຕັກໂນໂລຢີ, ໝູນໃຊ້ບັນດາເຕັກໂນໂລຢີໃໝ່ ແລະທັນສະໄໝທີ່ສຸດ, ສົມທົບກັບພູມປັນຍາຂະແໜງເພື່ອແກ້ໄຂບັນດາບັນຫາລະອຽດຂອງປະເທດ, ຂອງສັງຄົມ ແລະປະຊາຄົມ”.

ດ້ວຍບົດບາດແມ່ນໜຶ່ງໃນບັນດາວິສາຫະກິດນຳໜ້າກ່ຽວກັບເຕັກໂນໂລຢີ; Viettel ຈະກໍ່ສ້າງບັນດາພື້ນຖານເຕັກໂນໂລຢີທີ່ຮ່ວມນຳໃຊ້ ເພື່ອໃຫ້ປະຊາຄົມວິສາຫະກິດ, ຄູ່ຮ່ວມມືປະດິດສ້າງ, ພັດທະນາຜະລິດຕະພັນ, ບໍລິການໃໝ່ຢ່າງວ່ອງໄວ ແລະງ່າຍດາຍກວ່າອີກ.

ໂດຍ: ທູຮັ່ງ