ໃນ 3 ປີລຽນຕິດ (2015 – 2017), Bitel ແມ່ນບໍລິສັດມີເບີໂທລະສັບເຕີບໂຕໄວທີ່ສຸດ ຢູ່ເປຣູ. ໂດຍສະໜອງບໍລິການຢ່າງເປັນທາງການແຕ່ວັນທີ 15 ເດືອນຕຸລາ 2014, Bitel ແມ່ນເຄື່ອງໝາຍການຄ້າສາກົນທຳອິດຂອງ Viettel ດຳເນີນທຸລະກິດຢູ່ປະເທດທີ່ມີລະດັບພັດທະນາດ້ານເສດຖະກິດສູງກວ່າ ຫວຽດນາມ. ເຖິງຢ່າງໃດກໍ່ຕາມ, ໃນໄລຍະສັ້ນ, Bitel ໄດ້ສ້າງພື້ນຖານໂຄງລ່າງໂທລະຄົມມະນາຄົມທີ່ມີລະດັບເຕີບໂຕໄວກວ່າເມື່ອທຽບໃສ່ກັບບັນດາບໍລິສັດໂທລະຄົມມະນາຄົມທີ່ມີໜ້າ ຢູ່ເປຣູ ກ່ອນໜ້ານັ້ນນັບສິບປີເມື່ອກາຍເປັນເຄືອຂ່າຍສາຍກາບໃຍແສງໃຫຍ່ທີ່ສຸດ. Bitel ກໍ່ກາຍເປັນບໍລິສັດໂທລະຄົມມະນາຄົມທີ່ມີເຂດປົກຄຸມ data ກວ້າງທີ່ສຸດ ແລະແມ່ນບໍລິສັດສະໜອງບໍລິການອິນເຕີແນັດດີທີ່ສຸດ.

leftcenterrightdel
Bitel ແມ່ນບໍລິສັດທີ່ມີເບີໂທລະສັບເຕີບໂຕໄວທີ່ສຸດ ຢູ່ເປຣູ ໃນ 3 ປີລຽນຕິດ. ພາບ: ວັນຟອງ - ແທງຮ່າ.

ໃນປັດຈຸບັນ, ເປຣູ ດ້ວຍເຄື່ອງໝາຍການຄ້າ Bitel ກາຍເປັນຕະຫຼາດສາກົນທີ່ມີລາຍຮັບໃຫຍ່ທີ່ສຸດໃນ 10 ປະເທດ ເຊິ່ງກຸ່ມບໍລິສັດ Viettel ພວມດຳເນີນທຸລະກິດ. ໃນປັດຈຸບັນ, Bitel ໂດຍບໍລິສັດຫຸ້ນສ່ວນສາກົນ Viettel (Viettel Global) - ເຊິ່ງແມ່ນກົມກອງສັງກັດກຸ່ມບໍລິສັດ Viettel ຄຸ້ມຄອງ ແລະບໍລິຫານໂດຍກົງ.

ໂດຍ: ທູຮັ່ງ