ຜ່ານກອງປະຊຸມໃຫຍ່ 11 ຄັ້ງ, ມາຮອດປະຈຸບັນ, ອົງການຈັດຕັ້ງກຳມະບານ ແລະກຳລັງສະມາຊິກກຳມະບານ, ກຳມະກອນລັດຖະກອນ, ຊາວຜູ້ອອກແຮງງານໃນທົ່ວປະເທດໄດ້ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ພິເສດ, ຄວາມສາມັກຄີ, ຄວາມມານະພະຍາຍາມ, ຄວາມຕັດສິນໃຈ ແລະຈິດໃຈອອກແຮງງານຢ່າງຫ້າວຫັນຂອງສະມາຊິກກຳມະບານ, ກຳມະກອນລັດຖະກອນ, ຊາວຜູ້ອອກແຮງງານໃນອາຍຸການຜ່ານມາປະກອບສ່ວນສຳຄັນເຂົ້າໃນຜົນງານລວມຂອງປະເທດ, ສ້າງເປັນທ່ວງທ່າ ແລະກຳລັງໝັ້ນຄົງທີ່ມີອິດທິພົນຊື່ສຽງຂອງຫວຽດນາມໃນເວທີສາກົນ.

leftcenterrightdel
ບັນຍາກາດທີ່ກອງປະຊຸມໃຫຍ່ກຳມະບານຫວຽດນາມ ຄັ້ງທີ XII. ພາບ: qdnd.vn.

ສິ່ງທີ່ເປັນໜ້າຮັບຮູ້ໃນການເຄື່ອນໄຫວຂອງອົງການຈັດຕັ້ງກຳມະບານແມ່ນໄດ້ນຳພາຍົກສູງຂອບຂະໜາດ, ພູມປັນຍາຂອງສະມາຊິກກຳມະບານ, ກຳມະກອນລັດຖະກອນ, ຊາວຜູ້ອອກແຮງງານຫວຽດນາມ. ກຳມະກອນ ແລະຊາວຜູ້ອອກແຮງງານຫວຽດນາມ ຢັ້ງຢືນໄດ້ຄຸນນະທາດ, ພູມປັນຍາ, ປະສິດທິຜົນການອອກແຮງງານທຳການຜະລິດ, ສ້າງເປັນພື້ນຖານໝັ້ນຄົງເຂັ້ມແຂງໃຫ້ຂະແໜງອຸດສາຫະກຳຂອງຫວຽດນາມພັດທະນາ; ພ້ອມທັງສ້າງເງື່ອນໄຂສະດວກໃຫ້ແກ່ການຮຽກຮ້ອງການລົງທຶນ, ຊຸກຍູ້ການຜະລິດ, ເປີດກວ້າງຄວາມສາມາດບົ່ມຊ້ອນ, ທ່າແຮງໃນການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງໃຫ້ຫວຽດນາມ.

ກອງປະຊຸມໃຫຍ່ກຳມະບານຫວຽດນາມ ຄັ້ງທີ XII ແມ່ນກາລະໂອກາດເພື່ອໃຫ້ສະຫະພັນໃຫຍ່ແຮງງານຫວຽດນາມ ແລະອົງການຈັດຕັ້ງກຳມະບານຕີລາຄາຄືນໝາກຜົນການຊີ້ນຳ, ນຳພາ, ການຈັດຕັ້ງຂະບວນການກຳມະກອນ, ການເຄື່ອນໄຫວກຳມະບານ, ການເຂົ້າຮ່ວມພາລະກິດປ່ຽນແປງໃໝ່ຂອງປະເທດ; ສັງລວມຄຳເຫັນປະກອບຂອງພະນັກງານ, ລັດຖະກອນ, ພາລະກອນ, ກຳມະກອນ ແລະອົງການຈັດຕັ້ງກຳມະບານກັບພັກ, ລັດ, ລັດຖະບານ...

ຄວາມໄວ້ເນື້ອເຊື່ອໃຈກ່ຽວກັບບົດບາດ, ພາລະກຳຂອງກຳລັງປະຈັນບານສຳລັບພາລະກິດປະຕິວັດນັບມື້ນັບໝັ້ນຄົງເຂັ້ມແຂງກວ່າເວລາໃດໝົດ. ພາຍຫຼັງກວ່າ 30 ປີແຫ່ງການປ່ຽນແປງໃໝ່, ໂດຍສະເພາະແມ່ນພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ມາຮອດປະຈຸບັນ, ຂອບຂະໜາດ, ພູມປັນຍາຂອງຊົນຊັ້ນກຳມະກອນ ແລະຊາວຜູ້ອອກແຮງງານໄດ້ຮັບການຢັ້ງຢືນບໍ່ພຽງແຕ່ດ້ວຍໝາກຜົນພຶດຕິກຳຕົວຈິງຂອງການປະຕິວັດເທົ່ານັ້ນ, ຫາກຍັງໄດ້ຫັນເປັນລະອຽດໃນການເຄື່ອນໄຫວທຸກຢ່າງຂອງສະຫະພັນໃຫຍ່ແຮງງານຫວຽດນາມ ແລະອົງການຈັດຕັ້ງກຳມະບານທົ່ວປະເທດອີກດ້ວຍ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ກຳມະບານຫວຽດນາມ ຄັ້ງທີ XII. ພາບ: qdnd.vn.

ທີ່ກອງປະຊຸມໃຫຍ່ກຳມະບານຫວຽດນາມ ຄັ້ງນີ້, ເອກະສານທັງໝົດລ້ວນແຕ່ໄດ້ຮັບການກໍ່ສ້າງບົນພື້ນຖານພູມປັນຍາລວມຂອງ ສະມາຊິກກຳມະບານ, ກຳມະກອນລັດຖະກອນ, ຊາວຜູ້ອອກແຮງງານທັງໝົດ, ຜ່ານການຫັນບັນດາຮູບການລະດົມ, ຮັບເອົາຄຳເຫັນປະກອບຂອງທົ່ວກຳລັງຢູ່ທຸກຂັ້ນເປັນຫຼາຍຮູບຫຼາຍແບບ. ກອງປະຊຸມໃຫຍ່ກຳມະບານຫວຽດນາມ ຄັ້ງນີ້ຈະສຸມໃສ່ປຶກສາຫາລືບັນດາບັນຫາຕາມເນື້ອໃນເອກະສານຂອງກອງປະຊຸມໃຫຍ່ ຄື: ສ້າງອົງການຈັດຕັ້ງກຳມະບານໝັ້ນຄົງເຂັ້ມແຂງ; ກໍ່ສ້າງຖັນແຖວພະນັກງານກຳມະບານຊຳນານງານ, ມີຄຸນນະທາດ, ພູມປັນຍາ, ສຸດຈິດສຸດໃຈ, ມີຄວາມຮັບຜິດຊອບ; ປ່ຽນແປງໃໝ່ຂະບວນການແຂ່ງຂັນຮັກຊາດໃນໝູ່ສະມາຊິກກຳມະບານ, ກຳມະກອນລັດຖະກອນ, ຊາວຜູ້ອອກແຮງງານຕາມທິດແທດຈິງ, ມີປະສິດທິຜົນ; ພັດທະນາເປັນຫຼາຍຮູບຫຼາຍແບບ, ເບິ່ງແຍງດູແລເຖິງຜົນປະໂຫຍດໃຫ້ແກ່ສະມາຊິກກຳມະບານ...

ໂດຍແມ່ນພາກສ່ວນທີ່ສ້າງເປັນລະບົບອົງການຈັດຕັ້ງຂອງຊົນຊັ້ນກຳມະກອນ ແລະຊາວຜູ້ອອກແຮງງານໃນທົ່ວປະເທດ, ຕິດພັນກັບວິວັດການກໍ່ສ້າງ, ຕໍ່ສູ້, ເຕີບໃຫຍ່ຂອງກອງທັບປະຊາຊົນຫວຽດນາມວິລະຊົນ, ຜ່ານບັນດາໄລຍະປະຫວັດສາດ, ຖັນແຖວພະນັກງານ, ສະມາຊິກກຳມະບານ, ກຳມະກອນລັດຖະກອນ, ຊາວຜູ້ອອກແຮງງານທົ່ວກອງທັບຍາມໃດກໍ່ມານະພະຍາຍາມ, ສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກ, ການທ້າທາຍທຸກຢ່າງ, ເສີມຂະຫຍາຍຈິດໃຈກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສາມັກຄີ, ປະດິດສ້າງ, ນຳຂະບວນການກຳມະກອນ, ການເຄື່ອນໄຫວຂອງກຳມະບານໃນກອງທັບໃຫ້ນັບມື້ນັບພັດທະນາຢ່າງໝັ້ນຄົງ, ໜັກແໜ້ນ.

ໂດຍ: ແສງເດືອນ