ກ່າວຄໍາເຫັນທີ່ເຫດການ, ທ່ານພົນຈັດຕະວາ ເລດັງຢຸງ, ຮັບຜິດຊອບປະທານທັງເປັນຜູ້ອໍານວຍການໃຫຍ່ Viettel ຕີລາຄາວ່າ: “ບໍລິສັດໃຫຍ່ຫຸ້ນສ່ວນກິດຈະກໍາ Viettel ຄວນສືບຕໍ່ຍົກສູງຄວາມສາມາດຫຼັກແຫຼ່ງແກ່ນສານ, ນັ້ນແມ່ນກໍ່ສ້າງຕິດຕັ້ງພື້ນຖານໂຄງລ່າງໂທລະຄົມມະນາຄົມ, ນໍາໃຊ້ພື້ນຖານໂຄງລ່າງໂທລະຄົມມະນາຄົມ. ບໍລິສັດໃຫຍ່ຕ້ອງກໍ່ສ້າງວິວັດທະນາການລະອຽດເພື່ອເປີດກວ້າງສອງຂົງເຂດຫຼັກແຫຼ່ງນີ້ອອກນອກ Viettel ແລະນອກຫວຽດນາມ”. ທ່ານພົນຈັດຕະວາ ເລດັງຢຸງ ໃຫ້ຮູ້ວ່າ: ພື້ນຖານໂຄງລ່າງແມ່ນທ່າອຽງຈໍາເປັນໃນໂທລະຄົມມະນາຄົມ. ບັນດາຜູ້ບໍລິຫານໂທລະຄົມມະນາຄົມລ້ວນແຕ່ຢາກຫຼຸດຜ່ອນຄ່າໃຊ້ຈ່າຍດ້ວຍວິທີເຊົ່າບັນດາພື້ນຖານໂຄງລ່າງໂທລະຄົມມະນາຄົມ. ຊື້ຄືນ, ລົງທຶນບັນດາພື້ນຖານໂຄງລ່າງແລ້ວໃຫ້ເຊົ່າຄືນຈະແມ່ນກາລະໂອກາດໃຫຍ່ແຕ່ກໍ່ແມ່ນວຽກງານໃໝ່, ເປັນການທ້າທາຍທີ່ສຸດສໍາລັບບໍລິສັດໃຫຍ່...

leftcenterrightdel
ທ່ານພົນຈັດຕະວາ ເລດັງຢຸງ ມອບຂໍ້ຕົກລົງໃຫ້ຄະນະນໍາບໍລິສັດໃຫຍ່ຫຸ້ນສ່ວນກິດຈະກໍາ Viettel. ພາບ: ກວິ່ງມາຍ.

ເດືອນ ຕຸລາ 2017, ບໍລິສັດໃຫຍ່ຫຸ້ນສ່ວນກິດຈະກໍາ Viettel ກາຍເປັນຫົວໜ່ວຍທໍາອິດສັງກັດກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ ຈົດທະບຽນເຂົ້າຕະຫຼາດຫຼັກຊັບ Upcom ດ້ວຍລະຫັດແມ່ນ CTR. ປັດຈຸບັນ, ທຶນກໍາມະສິດຂອງບໍລິສັດໃຫຍ່ບັນລຸ 744 ຕື້ດົ່ງ, ທຶນຈົດທະບຽນບັນລຸ 471 ຕື້ດົ່ງ. ລາຍຮັບຂອງບໍລິສັດໃຫຍ່ຈາກ 8,5 ຕື້ດົ່ງໃນປີ 2001, ເຖິງໝົດປີ 2018 ຄາດວ່າຈະບັນລຸເກືອບ 4.168 ຕື້ດົ່ງ, ເຕີບໂຕທົບ 490 ເທົ່າ. ປັດຈຸບັນ, ບໍລິສັດໃຫຍ່ຫຸ້ນສ່ວນກິດຈະກໍາ Viettel ຢືນອັນດັບທີ 3 ໃນຈຳນວນວິສາຫະກິດກໍ່ສ້າງໃນຕະຫຼາດຫຼັກຊັບກ່ຽວກັບອັດຕາສ່ວນກໍາໄລຕໍ່ລາຍຮັບ.

ບໍລິສັດໃຫຍ່ຫຸ້ນສ່ວນກິດຈະກໍາ Viettel ຕັ້ງເປົ້າໝາຍເຖິງປີ 2020 ຈະສະໜອງບໍລິການໃຫ້ແກ່ປະມານ 4-6 ປະເທດ, ລົງທຶນພື້ນຖານໂຄງລ່າງໃຫ້ເຊົ່າດ້ວຍ 5.000 ສະຖານີສົ່ງສັນຍານ, ຜັນຂະຫຍາຍພື້ນຖານໂຄງລ່າງ IoT ໃຫ້ບັນດາກະຊວງ, ຂະແໜງການ, ບໍລິສັດໂທລະຄົມມະນາຄົມໃຫຍ່ຢູ່ຫວຽດນາມ... ເປົ້າໝາຍລາຍຮັບເຖິງປີ 2020 ບັນລຸກວ່າ 6.000 ຕື້ດົ່ງ, ລະດັບເຕີບໂຕສະເລ່ຍຕໍ່ປີບັນລຸ 22%, ກໍາໄລບັນລຸ 231 ຕື້ດົ່ງ.

ໂດຍ: ໄຊຊະນະ