ງານແຂ່ງຂັນກິລາ Viettel ປີ 2018  ເຕົ້າໂຮມນັກກິລາ ເຊິ່ງແມ່ນພະນັກງານ, ພາລະກອນ, ກໍາມະກອນ Viettel ຈໍານວນ 4.000 ຄົນທີ່ມາຈາກ 85 ອົງການ, ຫົວໜ່ວຍ Viettel ໃນທົ່ວປະເທດເຂົ້າຮ່ວມ. ບັນດານັກກິລາໄດ້ແຂ່ງຂັນ 16 ລາຍການຂອງ 7 ປະເພດກິລາ ຄື: ບານເຕະ, ເຕັນນິດ, ຕີດອກປີກໄກ່, ປິງປ່ອງ, ແລ່ນວິບາກ, ລອຍນໍ້າແບບເສລີ ແລະປະເພດກິລາ “ຄົນ Viettel ແຂງແຮງ”.

ທ່ານ ຫວູຮຸຍເບັນ, ຫົວໜ້າພະແນກກິລາຂະບວນການ, ສູນກິລາ Viettel, ໃຫ້ຮູ້ວ່າ “ໂດຍເລີ່ມມາຈາກທັດສະນະນໍາກິລາກາຍເປັນຄວາມຊິນເຄີຍຝຶກແອບປະຈໍາວັນເຖິງພະນັກງານ, ພາລະກອນ, ກໍາມະກອນ, ງານແຂ່ງຂັນກິລາ Viettel ປີ 2018  ໄດ້ໃກ້ຊິດຕິດແທດກັບສະພາບຕົວຈິງເພື່ອນໍາບັນດາປະເພດກິລາ, ລາຍການທີ່ງ່າຍດາຍ ແລະແທດຈິງກັບຊີວິດການເປັນຢູ່. ໃນນັ້ນ, ປະເພດກິລາ “ຄົນ Viettel ແຂງແຮງ” ແມ່ນໄດ້ຮັບການແຂ່ງຂັນປີທີສອງແລ້ວ ແລະໄດ້ຮັບການຕອບສະໜອງຢ່າງສຸດຈິດສຸດໃຈຈາກພະນັກງານ, ພາລະກອນ. ນີ້ແມ່ນປະເພດກິລາກາຍະກຳສັງລວມ, ຮັບປະກັນບັນດາປັດໄຈໃນການຝຶກແອບຄື: ມີຄວາມໄຫວພິບ, ແຂງແຮງ, ຄວາມທົນທານ ແລະຄ່ອງແຄ້ວ, ຊ່ວຍພະນັກງານ, ພາລະກອນ, ກໍາມະກອນມີຄວາມໜຽວແໜ້ນໃນການດໍາເນີນຊີວິດ ແລະໃນວຽກງານ. ນອກຈາກນັ້ນ, ປະເພດກິລາລອຍນໍ້າແບບເສລີ ແລະລອຍນໍ້າໃສ່ເສື້ອຊູຊີບກໍ່ສອດຄ່ອງກັບພຶດຕິກຳຕົວຈິງໃນຂະນະຊ່ວຍກູ້ຂໍ້ມູນຂ່າວສານຂອງພະນັກງານ, ພາລະກອນ, ກໍາມະກອນແຕ່ລະຄົນ”.

leftcenterrightdel
ປະເພດກິລາ “ຄົນ Viettel ແຂງແຮງ” ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມມີຄວາມທົນທານໜຽວແໜ້ນ ແລະຄ່ອງແຄ້ວ. ພາບ: ໄທເຊີນ.

ໜຶ່ງໃນບັນດາປະເພດກິລາທີ່ມີຊື່ສຽງໃນງານແຂ່ງຂັນກິລາ Viettel ປີ 2018 ແມ່ນປະເພດກິລາບານເຕະຊາຍດ້ວຍການເຂົ້າຮ່ວມຂອງ 81 ທີມທີ່ມາຈາກບັນດາຫົວໜ່ວຍຂອງ Viettel ຢູ່ 63 ແຂວງ, ນະຄອນໃນທົ່ວປະເທດ ແລະ 18 ທີມບານເຕະທີ່ມາຈາກບັນດາອົງການ, ຫົວໜ່ວຍສັງກັດກຸ່ມບໍລິສັດ. ດ້ວຍການແຂ່ງຂັນ 130 ກວ່ານັດຢ່າງຕໍ່ເນື່ອງ, ຈາກຮອບແບ່ງກຸ່ມເຖິງຮອບຊິງຊະນະເລີດພາກ, ເຂດ, ປະເພດກິລາບານເຕະຊາຍໄດ້ດຶງດູດຄວາມເອົາໃຈໃສ່ຈາກພະນັກງານ, ພາລະກອນ, ກໍາມະກອນ ແລະຫາງສຽງເປັນຈໍານວນຫຼວງຫຼາຍ.

ແຕ່ດົນນານມາແລ້ວ, ການນໍາ Viettel ໄດ້ມອບໃຫ້ສູນກິລາ Viettel 3 ໜ້າທີ່ຕົ້ນຕໍແມ່ນ: ກິລາພາຍໃນ, ກິລາສັງຄົມ ແລະບໍາລຸງສ້າງນັກເຕະບານ. ໃນນັ້ນ, ງານແຂ່ງຂັນກິລາ Viettel ແມ່ນໜຶ່ງໃນບັນດາການເຄື່ອນໄຫວພົ້ນເດັ່ນຂອງກິລາພາຍໃນ. ເພື່ອໃຫ້ພະນັກງານ, ພາລະກອນ, ກໍາມະກອນຂອງ Viettel ມີເງື່ອນໄຂຫຼິ້ນກິລາທີ່ມີຄຸນປະໂຫຍດ. ສໍາລັບຂັ້ນເມືອງຈັດຕັ້ງເຫດການກິລາ 3 ເດືອນ/ເທື່ອ; 6 ເດືອນ/ເທື່ອກັບບັນດາຫົວໜ່ວຍ Viettel ແຂວງ/ນະຄອນ ແລະເທົ່າທຽມ; 1ປີ/ເທື່ອກັບຂັ້ນກຸ່ມບໍລິສັດ; 2 ປີ/ເທື່ອກັບຂັ້ນທົ່ວໂລກ.

ງານແຂ່ງຂັນກິລາ Viettel ຍັງແມ່ນໂອກາດເພື່ອໃຫ້ບັນດາພະນັກງານ, ພາລະກອນ, ກໍາມະກອນໃນກຸ່ມບໍລິສັດໄດ້ພົບປະແລກປ່ຽນ, ຮໍ່າຮຽນ, ແບ່ງປັນບັນດາບົດຮຽນ, ລະດົມກໍາລັງໃຈພ້ອມກັນສູ້ຊົນປະຕິບັດໜ້າທີ່ວິຊາສະເພາະໃຫ້ສຳເລັດຢ່າງຈົບງາມ.

ໂດຍ: ຫງວຽນກຸກ