ພາຍຫຼັງການກໍ່ສ້າງ, ພັດທະນາມາເປັນເວລາຫຼາຍປີ, Helen Recipe ໄດ້ນຳໃຊ້ເຕັກໂນໂລຢີກ້າວໜ້າຂອງ ຍີ່ປຸ່ນ ເພື່ອນຳມາເຊິ່ງບັນດາຜະລິດຕະພັນມີຄຸນນະພາບ, ປອດໄພ, ບັນລຸມາດຕະຖານ ISO 22000:2005 ກ່ຽວກັບສຸຂະອະນາໄມຄວາມປອດໄພດ້ານສະບຽງອາຫານ ແລະເປັນເອກະລັກສະເພາະເຖິງມືຜູ້ຊົມໃຊ້.

leftcenterrightdel
ລູກຄ້າສາມາດສັ່ງຊື້ເຂົ້າໜົມໄຫວ້ພະຈັນຂອງ Helen Recipe ຜ່ານທາງ online ແລະoffline. ພາບ: ictnews.vn.

ດ້ວຍບັນດາຜະລິດຕະພັນໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, Helen Recipe ແມ່ນຄວາມໄວ້ເນື້ອເຊື່ອໃຈຂອງຫຼາຍກຸ່ມບໍລິສັດໃຫຍ່, ຄື: Viettel, VNPT, MobiFone… ປີ 2018 ແມ່ນປີທຳອິດເຊິ່ງ Helen Recipe ເລືອກເອົາ Viettel Post ແມ່ນຫົວໜ່ວຍຮັບ - ສົ່ງສິນຄ້າຜູກຂາດ. Viettel Post ກຽມພ້ອມເປັນເຈົ້າຂອງຕາໜ່າງຮັບໃຊ້ 24/7 ດ້ວຍ 1400 ໂຮງໄປສະນີ, 900 ຮ້ານ, 5000 ສະຖານທີ່ເກັບເລັກເກັບນ້ອຍ ແລະຖັນແຖວພະນັກງານ, ພາລະກອນ 17.000 ຄົນໃນ 85 ສາຂາຢູ່ 63 ແຂວງ, ນະຄອນ, Viettel Post ຈະກາຍເປັນແຂນເຊື່ອມຕໍ່ທີ່ຍາວໄກຂອງ Helen Recipe ເພື່ອແຈກຢາຍ, ຂົນສົ່ງຜະລິດຕະພັນເຖິງມືຜູ້ຊົມໃຊ້.

ໂດຍ: ທູຮັ່ງ