ນອກຈາກນັ້ນ, ຢູ່ບັນດາແຂວງ: ລ້າງເຊີິນ, ກາວບັ່ງ, ລາຍເຈົາ, ລາວກາຍ, ພະນັກງານ, ນັກຮົບກອງທັບຫຼາຍຮ້ອຍຄົນກໍ່ໄດ້ເຂົ້າຮ່ວມຊ່ວຍເຫຼືອປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກ, ນໍ້າຖ້ວມ. ກອງບັນຊາການທະຫານເຂດ 2 ໄດ້ໜູນຊ່ວຍຄອບຄົວທີ່ມີຜູ້ເສຍຊີວິດຍ້ອນຝົນຕົກນໍ້າຖ້ວມຢູ່ບັນດາແຂວງໃນບໍລິເວນດ້ວຍເງິນຈໍານວນ 2 ລ້ານດົ່ງ/ຄົນ. ຄະນະກໍາມະການປະຊາຊົນເມືອງຟອງໂຖ, ແຂວງລາຍເຈົາ ໄດ້ໜູນຊ່ວຍຄອບຄົວທີ່ມີຜູ້ເສຍຊີວິດ 5,4 ລ້ານດົ່ງ/ຄົນ, ຜູ້ຖືກບາດເຈັບ 2,7 ລ້ານດົ່ງ/ຄົນ.

leftcenterrightdel
ກໍາລັງກູ້ໄພ-ກູ້ຊີບຊ່ວຍເຫຼືອປະຊາຊົນຕາແສງວາງມາຈ໋າຍ (ເມືອງຟອງໂຖ, ແຂວງລາຍເຈົາ) ແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດດິນເຊາະເຈື່ອນ. ພາບ: ຮ່າແຄ໋ງ.

ກ່ຽວກັບວຽກງານໜູນຊ່ວຍແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດເຂື່ອນໄຟຟ້າແຕກຢູ່ແຂວງອັດຕະປື, ສປປ ລາວ, ກອງບັນຊາການທະຫານເຂດ 5 ແລະພົນລະພາກຫຼວງ 15 ສືບຕໍ່ຮັກສາພະນັກງານ, ນັກຮົບ 120 ຄົນ ແລະລົດໃຫຍ່ 11 ຄັນເພື່ອສົມທົບກັບບັນດາອົງການທີ່ກ່ຽວຂ້ອງຂອງລາວ ເຂົ້າຮ່ວມການແກ້ໄຂຜົນຮ້າຍຢ້ອນຫຼັງ, ຈັດຕັ້ງການກວດ, ປິ່ນປົວພະຍາດ, ແຈກຢາຍຢຸຸກຢາ, ເຮັດອະນາໄມປ້ອງກັນໂລກລະບາດໃຫ້ປະຊາຊົນເຂດຖືກເສຍຫາຍຢູ່ແຂວງອັດຕະປື.

 

ແປໂດຍ: ເກື່ອງດັ້ງ