ຝົນຕົກນໍ້າຖ້ວມເຮັດໃຫ້ລະບົບຂໍ້ມູນຂ່າວສານໃນການຕິດຕໍ່ພົວພັນຢູ່ບາງສະຖານທີ່ຖືກເປ່ເພ, ໃນນັ້ນມີລະບົບສາຍສົ່ງຂອງກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel). ໃນຂະນະທີ່ຝົນຕົກນໍ້າຖ້ວມຍັງບໍ່ຢຸດເຊົາເທື່ອນັ້ນ, ພະນັກງານ, ພາລະກອນຂອງ Viettel ສາຂາແຂວງຟູ໋ທໍ້ ໄດ້ລົງມືແກ້ໄຂເຫດການຢ່າງວ່ອງໄວ ແລະຮີບດ່ວນ, ຕໍ່ຄືນສາຍສົ່ງເພື່ອຮັບປະກັນຂໍ້ມູນຂ່າວສານໃນການຕິດຕໍ່ພົວພັນໃຫ້ແກ່ປະຊາຊົນ.

ໜັງສືພິມກອງທັບປະຊາຊົນຫວຽດນາມ ອອນລາຍ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບກ່ຽວກັບພະນັກງານ, ພາລະກອນຂອງ Viettel ສາຂາແຂວງຟູ໋ທໍ້ ໄດ້ຂຶ້ນພູຂ້າມຫ້ວຍເພື່ອກູ້ຊ່ວຍຂໍ້ມູນຂ່າວສານໃນການຕິດຕໍ່ພົວພັນໃນບໍລິເວນແຂວງຢ່າງຮີບດ່ວນ.

leftcenterrightdel
ນັກເຕັກນິກຂອງ Viettel ແກ້ໄຂຕອນສາຍກາບຖືກຂາດ. ພາບ: ທໍ້ຮຽບ.
leftcenterrightdel
ເຖິງວ່າໄຟຟ້າມອດໃນບໍລິເວນກວ້າງ, ຝົນຕົກກໍ່ໃຫ້ເກີດນໍ້າຖ້ວມກໍ່ຕາມ, ແຕ່ຄື້ນ 2G ຍາມໃດກໍ່ໄດ້ຮັກສາການຕິດຕໍ່ຢ່າງຕະຫຼອດ. ພາບ: ທໍ້ຮຽບ.
leftcenterrightdel
Viettel ລະດົມບຸກຄະລາກອນພ້ອມກັບລົດ 17 ຄັນ ເພຶ່ອຂົນສົ່ງບັນດາເຄື່ອງອຸປະກອນ ແລະນໍ້າມັນນັບພັນລິດເຂົ້າຮ່ວມການກູ້ຊ່ວຍໂດຍກົງ. ພາບ: ທໍ້ຮຽບ.
leftcenterrightdel
ພະນັກງານ, ພາລະກອນຂອງ Viettel ຂ້າມຫ້ວຍນໍາເອົາເຄື່ອງອຸປະກອນ, ເຊື້ອເພີງເພື່ອບັງຄັບເຄື່ອງຈັກໄຟຟ້າຢູ່ສະຖານີສົ່ງສັນຍານ BTS ຖືກຕັດຂາດ. ພາບ: ທໍ້ຮຽບ.
leftcenterrightdel
ເຖິງວ່ານໍ້າຖ້ວມຂຶ້ນສູງ  ກໍ່ບໍ່ກີດກັ້ນບາດກ້າວເດີນຂອງບັນດາພະນັກງານ, ພາລະກອນຂອງ Viettel ໄດ້. ພາບ: ທໍ້ຮຽບ.
leftcenterrightdel
ພູມປະເທດຢູ່ຫຼາຍບ່ອນຖືກເຊາະເຈື່ອນ, ນັກເຕັກນິກຂອງ Viettel ຕ້ອງຍ່າງຫຼາຍກິໂລແມັດ ເພື່ອໄປເຖິງສະຖານທີ່ເກີດເຫດ. ພາບ: ທໍ້ຮຽບ.
leftcenterrightdel
ເຖິງວ່າວຽກງານລໍາບາກກາກກໍາກໍ່ຕາມ, ແຕ່ບັນດາພາລະກອນຂອງ Viettel ຍາມໃດກໍ່ມີຈິດໃຈເຊື່ອໝັ້ນຕໍ່ອະນາຄົດ ເພື່ອປະຕິບັດສໍາເລັດໜ້າທີ່ໂດຍໄວ. ພາບ: ທໍ້ຮຽບ.
leftcenterrightdel
ປະຕິບັດການວັດແທກ, ກວດກາຂໍ້ມູນກ່ອນທີ່ຈະເຊື່ອມຕໍ່ເຄືອຂ່າຍ. ພາບ: ທໍ້ຮຽບ.
leftcenterrightdel
ວຽກງານເຊື່ອມຈອດຈຸດທີ່ຖືກຂາດໄດ້ປະຕິບັດຢ່າງຮີບດ່ວນ. ພາບ: ທໍ້ຮຽບ.
leftcenterrightdel
ໜູນຊ່ວຍປະຊາຊົນໃນບໍລິເວນ ເຊື່ອມຕໍ່ຄືນເຄືອຂ່າຍອິນເຕີແນັດ. ພາບ: ທໍ້ຮຽບ.
leftcenterrightdel
ການເຊື່ອມຕໍ່ຄືນເຄືອຂ່າຍແມ່ນໜ້າທີ່ແຖວໜ້າຂອງ Viettel ສາຂາແຂວງ ຟູ໋ທໍ້. ພາບ: ທໍ້ຮຽບ.
leftcenterrightdel
ພາຍຫຼັງເກີດຂຶ້ນໄພທໍາມະຊາດ, Viettel ສາຂາແຂວງຟູ໋ທໍ້ ໄດ້ເປັນເຈົ້າການສ້າງແບບແຜນວິທີເພື່ອຮັບປະກັນຂໍ້ມູນຂ່າວສານໃນການຕິດຕໍ່ພົວພັນຢ່າງວ່ອງໄວ, ສົ່ງພາລະກອນໄປຍັງສະຖານທີ່ເກີດເຫດ ເພື່ອກູ້ຊ່ວຍຢ່າງທັນການ. ພາບ: ທໍ້ຮຽບ.
leftcenterrightdel
ຕາມການນໍາຂອງ Viettel ສາຂາແຂວງຟູ໋ທໍ້ ແລ້ວ, ເຖິງວ່າໄຟຟ້າມອດໃນບໍລິເວນກວ້າງ, ຝົນຕົກເກີດນໍ້າຖ້ວມກໍ່ຕາມ, ແຕ່ດ້ວຍຄວາມມານະພະຍາຍາມສູງສຸດນັ້ນ, ຄື້ນ 2G ຍາມໃດ Viettel ກໍ່ໄດ້ ຮັກສາຂໍ້ມູນຂ່າວສານໃນການຕິດຕໍ່ພົວພັນໄວ້ຢ່າງຕະຫຼອດ. ພາບ: ທໍ້ຮຽບ.

ແປໂດຍ: ທູຈາງ