Viettel ໄດ້ຜັນຂະຫຍາຍລາຍການບູລິມະສິດດ້ວຍຄວາມປາດຖະໜາຢາກຊ່ວຍໃຫ້ລູກຄ້າແຕ່ລະຄົນສະແດງອາລົມຈິດຕໍ່ຄອບຄົວຕາມວິທີສະເພາະຂອງຕົນ. ນັ້ນແມ່ນແພັດເກດເບີເຕີມເງິນສາມາດໂທໄປຢ່າງສະບາຍດ້ວຍລາຄາປະຢັດ, ແພັດເກດເບີລາຍເດືອນທີ່ໂທໄປຍິ່ງຫຼາຍກໍ່ຍິ່ງຖຶືກ ແລະບັນດາແພັດເກດດາຕາທີ່ຈັບອົກຈັບໃຈ ເຊິ່ງໄດ້ຮັບການດັດປັບເພີ່ມຂຶ້ນທົບ 5 ເທົ່າ, ແຕ່ຍັງຄົງຮັກສາລາຄາເດີມ.

leftcenterrightdel
ພາບປະກອບຈາກ: dichvumobile.vn.

ພິເສດ, ໃນເດືອນນີ້, Viettel ກໍ່ມອບຂອງຂວັນພິເສດນັບລ້ານພູດດ້ວຍຍອດມູນຄ່າ 3,5 ຕື້ດົ່ງ. ບັນດາລາງວັນມີຄວາມໝາຍເຊື່ອມຕໍ່ສະມາຊິກແຕ່ລະຄົນໃນຄອບຄົວຄື: Voucher ທ່ອງທ່ຽວ, Voucher ຊື້ເຄື່ອງຂອງ, ຊົມຮູບເງົາ, ຊຸດຮຽນທາງອິນເຕີແນັດໃຫ້ເດັກນ້ອຍ, ສົ່ງຂໍ້ຄວາມ ແລະເວລາໂທບໍ່ເສຍຄ່າ.

 

ແປໂດຍ: ທູຈາງ