ໃນຊຸມປີຜ່ານມາ, Viettel ສາຂາແຂວງ ຫວີງຟຸກ ໄດ້ປະຕິບັດບັນດາການເຄື່ອນໄຫວມີຄວາມໝາຍ, ຄື: ເບິ່ງແຍງລ້ຽງດູແມ່ຫວຽດນາມວິລະຊົນ 2 ຄົນ; ກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈ 11 ຫຼັງ; ມອບກອງທຶນສົ່ງເສີມການສຶກສາມີຊື່ວ່າ “ເພື່ອນ້ອງມັກຮຽນ” ໃຫ້ແກ່ນັກຮຽນທຸກຍາກແຕ່ຮຽນເກັ່ງໃນ 10 ປີຕໍ່ເນື່ອງ; ກໍ່ສ້າງໂຮງຮຽນອະນຸບານ ລຽນເຈົາ (ເມືອງ ອຽນລາກ); ຕິດຕັ້ງອິນເຕີແນັດໂດຍບໍ່ເສຍຄ່າໃຫ້ແກ່ 415/549 ໂຮງຮຽນ (ກວມເອົາ 75% ຈຳນວນໂຮງຮຽນໃນທົ່ວແຂວງ) ດ້ວຍຄ່າໃຊ້ຈ່າຍບໍລິການແຕ່ລະປີແມ່ນປະມານ 4 ຕື້ດົ່ງ; ປິ່ນປົວພະຍາດໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນທຸກຍາກ... ຄຽງຂ້າງນັ້ນ, Viettel ສາຂາແຂວງຫວີງຟຸກ ຍັງໄດ້ຍູ້ແຮງບັນດາການເຄື່ອນໄຫວດ້ານວັດທະນະທຳ, ສິລະປະ, ກິລາ, ປະກອບສ່ວນຍົກສູງຊີວິດການເປັນຢູ່ດ້ານຈິດໃຈໃຫ້ແກ່ພະນັກງານ, ພະລາກອນໃນກົມກອງ.

leftcenterrightdel
ພິທີເປິດສະຫຼອງໂຮງຮຽນອະນຸບານ ລຽນເຈົາ (ເມືອງ ອຽນລາກ, ແຂວງ ຫວີງຟຸກ). ພາບ: ແມ້ງອານ.
leftcenterrightdel
ເຂົ້າຮ່ວມການກວດ ແລະປິ່ນປົວພະຍາດໃຫ້ແກ່ປະຊາຊົນທຸກຍາກຢູ່ເມືອງ ເລິບແທັກ. ພາບ: ແມ້ງອານ.
leftcenterrightdel
ຄວາມມ່ວນຊື່ນເມື່ອໄດ້ຮັບໄຊຊະນະຂອງທີມບານເຕະ Viettel ສາຂາແຂວງ ຫວີງຟຸກ. ພາບ: ແມ້ງອານ.
leftcenterrightdel
ພະລາກອນຂອງ Viettel ສາຂາ ຫວີງຟຸກ ເບິ່ງແຍງດູແລ, ຊ່ວຍເຫຼືອຜູ້ອາຍຸສູງ. ພາບ: ແມ້ງອານ.

 

ແປໂດຍ: ທູຮັ່ງ