ໃນນັ້ນ, D ແມ່ນ D-igital & New services; A ແມ່ນ A-dvanced Technology; T ແມ່ນ T-rustworthy; A ແມ່ນ A-ffordable & Various. ໃນປີທໍາອິດທີ່ດໍາເນີນທຸລະກິດຢ່າງເປັນທາງການ, Mytel ລົງທຶນກໍ່ສ້າງສະຖານີຮັບສົ່ງສັນຍານ 4G ກວ່າ 7.000 ແຫ່ງ ແລະສາຍໃຍແກ້ວໃນທົ່ວປະເທດກວ່າ 30.000 ກມ. Mytel ແມ່ນເຄືອຂ່າຍໂທລະຄົມມະນາຄົມໜຶ່ງດຽວຢູ່ມຽນມາ ທີ່ສະໜອງການບໍລິການ 4G ໃນທົ່ວປະເທດນັບແຕ່ເມື່ອເປີດບໍລິການ. ກ່ຽວກັບຄ່າບໍລິການ, ໃນໄລຍະເບື້ອງຕົ້ນ, Mytel ສະໜອງການບໍລິການດ້ວຍຄ່າໂທ ແລະຄ່າສົ່ງຂໍ້ຄວາມເທົ່າ 1/2 ຄ່າບໍລິການປະຈຸບັນຢູ່ຕະຫຼາດ, ຄ່າດາຕ້າ ຕໍ່າກວ່າ 37%.

leftcenterrightdel
ລູກຄ້າລົງທະບຽນບໍລິການຂອງ Mytel. ພາບ: ແທງຮ່າ.

ທ່ານພົນຈັດຕະວາ ເລດັງຢູ໋ງ, ຮອງຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ Viettel ໃຫ້ຮູ້ວ່າ: ການນຳໃຊ້ໂທລະສັບຂອງມຽນມາ ຍັງບໍ່ທັນຫຼາຍປານໃດ ແລະຫາກໍ່ເປີດປະຕູ, ເສດຖະກິດພັດທະນາດ້ວຍຄວາມໄວສູງສະນັ້ນກາລະໂອກາດໃຫ້ແກ່ໂທລະຄົມມະນາຄົມເວົ້າລວມ ແລະ Viettel ເວົ້າສະເພາະແມ່ນໃຫຍ່ຫຼວງທີ່ສຸດ. ໂດຍສະເພາະໃນປີ 2018, ພວກຂ້າພະເຈົ້າ ວາງເປົ້າໝາຍມີລູກຄ້າ 2-3 ລ້ານຄົນຢູ່ ມຽນມາ”.

leftcenterrightdel
Mytel ແມ່ນເຄືອຂ່າຍໂທລະຄົມມະນາຄົມໜຶ່ງດຽວຢູ່ ມຽນມາ ທີ່ສະໜອງການບໍລິການ 4G ໃນທົ່ວປະເທດ. ພາບ: ແທງຮ່າ.

Mytel ແມ່ນເຄື່ອງໝາຍການຄ້າຂອງ Telecom International Myanmar – ຮ່ວມທຸລະກິດລະຫວ່າງ Viettel Global (ບໍລິສັດລູກຂອງກຸ່ມບໍລິສັດ Viettel) ດ້ວຍສອງຄູ່ຮ່ວມມືທ້ອງຖິ່ນແມ່ນ Star High Public Company ແລະ Myanmar National Telecom Holding Public (MNTH).

ເງິນລົງທຶນທັງໝົດຂອງໂຄງການນີ້ແມ່ນ 1,5 ຕື້ໂດລາສະຫະລັດ, ກວມເຖິງ 66% ຈຳນວນທຶນຈົດທະບຽນລົງທຶນຂອງຫວຽດນາມ ຢູ່ ມຽນມາ. ດ້ວຍໂຄງການນີ້, ຫວຽດນາມຈາກປະເທດຖືກຈັດອັນດັບທີ 10 ໄດ້ບືນຕົວຂຶ້ນເປັນອັນດັບທີ 7 ໃນຈໍານວນ 49 ປະເທດ ແລະເຂດແຄວ້ນ ລົງທຶນເຂົ້າມຽນມາ ແລະກາຍເປັນນັກລົງທຶນໃຫຍ່ອັນດັບທີ 2 ຂອງພາກພື້ນອາຊຽນ ທີ່ລົງທຶນເຂົ້າມຽນມາ (ໄລ່ຮອດທ້າຍເດືອນ ມິຖຸນາ 2017).

 

ແປໂດຍ: ຫງວຽນກຸກ