ບໍລິສັດໃຫຍ່ຫຸ້ນສ່ວນລົງທຶນສາກົນ Viettel (Viettel Global) - ກົມກອງຮັບຜິດຊອບການເຄື່ອນໄຫວລົງທຶນອອກຕ່າງປະເທດຂອງກຸ່ມບໍລິສັດ Viettel - ຫາກໍ່ປະກາດບົດລາຍງານການເງິນປີ 2017. ຕາມນັ້ນແລ້ວ,  ລາຍຮັບລວມເຕີບໂຕຢ່າງແຮງບັນລຸ 24%, ຂຶ້ນເຖິງ 19.023 ຕື້ດົ່ງ.

ຫັກອອກບັນດາຄ່າໃຊ້ຈ່າຍ, Viettel Global ບັນລຸກໍາໄລກ່ອນເສຍພາສີອາກອນໄດ້ 27 ຕື້ດົ່ງ (1,18 ລ້ານໂດລາສະຫະລັດ). ນີ້ແມ່ນໝາກຜົນປະທັບໃຈພິເສດໃນສະພາບການ Viettel Global ຕ້ອງເພີ່ມການລົງທຶນໃຫ້ເຄືອຂ່າຍ 4G ຢູ່ບັນດາຕະຫຼາດສາກົນຢ່າງແຮງ, ພິເສດແມ່ນການລົງທຶນກ້ອນໃຫຍ່ຢູ່ ມຽນມາ ເພື່ອກະກຽມໃຫ້ການເປີດນຳໃຊ້ເຄືອຂ່າຍມືຖືໃນໄຕມາດທີ 2 ປີ 2018.

leftcenterrightdel
Bitel - ເຄື່ອງໝາຍການຄ້າຂອງ Viettel ຢູ່ ເປຣູ. ພາບ: ວັນຟອງ.

ໃນປີ 2017, ລາຍຮັບລວມຂອງ Viettel Global ແມ່ນກວ່າ 1,3 ລ້ານໂດລາສະຫະລັດ, ລະດັບເຕີບໂຕບັນລຸ 33%, ເມື່ອທຽບໃສ່ກັບປີ 2016 - ແມ່ນຫຼາຍທົບແປດເທົ່າເມື່ອທຽບໃສ່ລະດັບເຕີບໂຕລາຍຮັບສະເລ່ຍຂອງຂະແໜງໂທລະຄົມມະນາຄົມໂລກ.

ກໍາລັງໜູນເຕີບໂຕຕົ້ນຕໍແມ່ນມາຈາກຕະຫຼາດ ອາຟະລິກາ ເມື່ອເພີ່ມ 30% ແຕ່ 5.740 ຕື້ດົ່ງຂຶ້ນເຖິງ 7.640 ຕື້ດົ່ງ. ພິເສດ, 2 ຕະຫຼາດທີ່ມີລະດັບການເຕີບໂຕຢ່າງແຮງແມ່ນ ກາເມຣຸນ ເພີ່ມຂຶ້ນ 102,5%; Movitel ເພີ່ມຂຶ້ນ 79,03%.

ລາຍຮັບບໍລິການຢູ່ ໄຮຕີ ບັນລຸລະດັບເຕີບໂຕ 2 ຕົວເລກ ແລະດີທີ່ສຸດໃນ 3 ປີມໍ່ໆມານີ້. ປີ 2017, ກໍ່ແມ່ນປີທໍາອິດທີ່ຕະຫຼາດ ໄຮຕີ ມີກຳໄລ ແລະປະຕິບັດການແບ່ງກໍາໄລໃຫ້ຄູ່ຮ່ວມມືທ້ອງຖິ່ນ.

ກໍາໄລລວມຂອງ Viettel Global ເພີ່ມຂຶ້ນ 82%, ເທົ່າກັບເພີ່ມຈາກກວ່າ 2.000 ຕື້ດົ່ງຂຶ້ນເຖິງ 4.483 ຕື້ດົ່ງ. ຍ້ອນອັດຕາແລກປ່ຽນມີການຜັນແປຢ່າງຕັ້ງໜ້າ, ລາຍຮັບການເງິນໄດ້ເພີ່ມແຕ່ 482 ຕື້ດົ່ງຂຶ້ນເຖິງ 2.978 ຕື້ດົ່ງ. ໃນຂະນະນັ້ນ, ຄ່າໃຊ້ຈ່າຍການເງິນກໍ່ຫຼຸດລົງ 150 ຕື້ດົ່ງ.

 

ແປໂດຍ: ເຈິ່ນຮວ່ຽນ