ບັນດາການຜ່າຕັດປ່ຽນແທນອະໄວຍະວະ ທີ່ຫຍຸ້ງຍາກ

ໃນແຕ່ລະປີ, ຂະແໜງຜ່າຕັດປ່ຽນແທນອະໄວຍະວະໄດ້ສ້າງຜົນງານໃໝ່ຫຼາຍຢ່າງຕື່ມອີກ, ເປັນການຢັ້ງຢືນເຖິງບາດກ້າວກະໂດດຂັ້ນໃນເຕັກນິກລົງເລິກຂະແໜງທຽບເທົ່າກັບລະດັບສາກົນ. ຕົ້ນປີ 2018, ບັນດາທ່ານໝໍຢູ່ໂຮງໝໍສູນກາງກອງທັບ 108 ໄດ້ປະຕິບັດການຜ່າຕັດປ່ຽນປອດລາຍທໍາອິດຢູ່ຫວຽດນາມ ຈາກຜູ້ທີ່ມີສໝອງບໍ່ທຳງານ.

ບັນດາທ່ານໝໍ ໄດ້ກະກຽມໃຫ້ແກ່ການຜ່າຕັດປ່ຽນປອດຄັ້ງປະຫວັດສາດນີ້ ຢ່າງຮອບຄ້ອບຖີ່ຖ້ວນທີ່ສຸດ. ການຜ່າຕັດປ່ຽນປອດລາຍທໍາອິດໄດ້ດໍາເນີນ ຢູ່ໂຮງໝໍສູນກາງກອງທັບ 108 ໃນເວລາ 10 ໂມງ ວັນທີ 26 ກຸມພາ 2018. ການຜ່າຕັດປ່ຽນປອດໄດ້ແກ່ຍາວເວລາເຖິງ 8 ໂມງ. ຄົນເຈັບພາຍຫຼັງການຜ່າຕັດປ່ຽນປອດ ໄດ້ປິ່ນປົວຢ່າງຕັ້ງໜ້າກັບການສົມທົບກັນຂອງຫຼາຍຂະແໜງວິຊາການຕ່າງໆ. ພາຍຫຼັງການຜ່າຕັດເປັນໜຶ່ງອາທິດ, ສະພາບການກ່ຽວກັບສຸຂະພາບຂອງຄົນເຈັບມີບາດກ້າວພັດທະນາເປັນຢ່າງດີ.

leftcenterrightdel
ພາບປະກອບຈາກ: qdnd.vn

ປີ 2017 ກໍ່ແມ່ນປີທີ່ໄດ້ເຫັນປະຈັກຕາຜົນງານໃນເຕັກນິກການຜ່າຕັດປ່ຽນແທນອະໄວຍະວະຫຼາຍຢ່າງ ຢູ່ຫວຽດນາມ; ພົ້ນເດັ່ນຄື: ປະຕິບັດສໍາເລັດການຜ່າຕັດປ່ຽນປອດລາຍທໍາອິດຈາກຄົນບໍລິຈາກອະໄວຍະວະຍັງຊີວິດ ແລະການຜ່າຕັດປ່ຽນຫົວໃຈໃຫ້ແກ່ຄົນເຈັບທີ່ເປັນເດັກນ້ອຍມີອາຍຸນ້ອຍທີ່ສຸດຢູ່ຫວຽດນາມ.

ວັນທີ 21 ກຸມພາ 2017, ໂຮງໝໍເສນາຮັກ 103 ໄດ້ສົມທົບກັບບັນດານັກຊ່ຽວຊານຍີ່ປຸ່ນ ປະຕິບັດສໍາເລັດການຜ່າຕັດປ່ຽນປອດຈາກຄົນຍັງຊີວິດທໍາອິດ ຢູ່ຫວຽດນາມ.

ມີຫຼາຍຄົນຈົດທະບຽນບໍລິຈາກອະໄວຍະວະ ແຕ່ຍັງຂາດເຂີນ

ຄິດໄລ່ຮອດວັນທີ 26 ທັນວາ 2017, ຈຳນວນຜູ້ຈົດທະບຽນບໍລິຈາກອະໄວຍະວະ ພາຍຫຼັງເສຍຊີວິດ, ສະໝອງບໍ່ທຳງານແມ່ນ 11.653 ກໍລະນີ. ທ່ານນາງ ຫງວຽນທິກິມຕ໋ຽນ ລັດຖະມົນຕີກະຊວງສາທາລະນະສຸກ  ໃຫ້ຂໍ້ສັງເກດວ່າ: ດ້ວຍຜົນສໍາເລັດຂອງບັນດາການຜ່າຕັດປ່ຽນແທນອະໄວຍະວະຢູ່ຫວຽດນາມ ຫວ່າງມໍ່ມານີ້ໄດ້ສ້າງຂີດໝາຍແຫ່ງການເຕີບໃຫຍ່ຂອງຂະແໜງແພດສາດຫວຽດນາມ ໃນແຜນທີ່ຜ່າຕັດປ່ຽນແທນອະໄວຍະວະໃນໂລກ, ໃນນັ້ນ, ວິທະຍາສາດ ແລະເຕັກໂນໂລຢີແມ່ນ “ປະຖົມປັດໃຈ”. ໝາກຜົນດັ່ງກ່າວແມ່ນຍ້ອນມີການສົມທົບກັນຢ່າງຄົບຊຸດຂອງບັນດາວິຊາການ.

leftcenterrightdel
ພາບປະກອບຈາກ: thanhnien.vn

ປັດຈຸບັນ, ຄວາມຕ້ອງການກ່ຽວກັບການຜ່າຕັດປ່ຽນແທນອະໄວຍະວະຢູ່ຫວຽດນາມ ແມ່ນໃຫຍ່ຫຼວງທີ່ສຸດ, ແຕ່ຈຳນວນຜູ້ບໍລິຈາກອະໄວຍະວະຢູ່ຫວຽດນາມ ຍັງຂາດເຂີນ ແລະຫາຍາກ. ເຖິງວ່າຈຳນວນຜູ້ຈົດທະບຽນບໍລິຈາກອະໄວຍະວະໄດ້ເພີ່ມຂຶ້ນທົບສອງເທົ່າເມື່ອທຽບກັບປີ 2016 ກໍ່ຕາມ,  ແຕ່ທຽບກັບພົນລະເມືອງ 90 ລ້ານຄົນແລ້ວ, ນີ້ຍັງແມ່ນຕົວເລກນ້ອຍທີ່ສຸດ.

 

ແປໂດຍ: ກວຽດເຕີມ