* ສະຫາຍ ຮວ່າງດຶກເຍີນ, ປະຕິບັດງານຢູ່ທະຫານເຂດ 1, ຖາມວ່າ: ນາຍ ແລະພົນທະຫານປະຈໍາການໃນກອງທັບເຂົ້າຮ່ວມປະກັນສຸຂະພາບ ແລະຜູ້ເຮັດວຽກງານກົດລັບເຂົ້າຮ່ວມປະກັນສຸຂະພາບ ລວມມີບັນດາເປົ້າໝາຍໃດແດ່?

ຕອບ: ຂໍ້ 1, ມາດຕາ 2, ດໍາລັດເລກທີ 70/2015/NĐ-CP ກໍານົດວ່ານາຍ ແລະພົນທະຫານພວມປະຈໍາການໃນກອງທັບເຂົ້າຮ່ວມປະກັນສຸຂະພາບ, ລວມມີ: ທະຫານ, ທະຫານວິຊາການພວມປະຈໍາການໃນກອງທັບ, ທະຫານຊັ້ນນາຍສິບ, ນັກຮົບພວມປະຈໍາການໃນກອງທັບ.

ຂໍ້ 3, ມາດຕາ 2, ດໍາລັດເລກທີ 70/2015/NĐ-CP ກໍາກົດວ່າ, ຜູ້ເຮັດວຽກງານກົດລັບເຂົ້າຮ່ວມປະກັນສຸຂະພາບ, ລວມມີ:  ຜູ້ເຮັດວຽກງານກົດລັບຊົມໃຊ້ເງິນເດືອນ ຄືສໍາລັບນາຍ ແລະນາຍ ແລະພົນທະຫານພວມເຮັດວຽກຢູ່ຄະນະກົດລັບລັດຖະບານ; ນັກສໍາມະນາກອນກົດລັບຊົມໃຊ້ຄ່າໃຊ້ຈ່າຍຈາກງົບປະມານຂອງລັດຕາມລະບອບ, ນະໂຍບາຍ ຄືສໍາລັບນັກສໍາມະນາກອນກອງທັບ; ຜູ້ເຮັດວຽກ ງານກົດລັບຊົມໃຊ້ເງິນເດືອນ ຄືສໍາລັບນາຍ ແລະພົນທະຫານພວມປະຕິບັດງານຢູ່ອົງການກົດລັບຂຶ້ນກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ.

leftcenterrightdel
ພາບປະກອບຈາກ: qdnd.vn.

* ສະຫາຍ ຫງວຽນນາມຊວນ, ປະຕິບັດງານຢູ່ເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ,  ຖາມວ່າ: ນາຍ ແລະພົນທະຫານຕ້ອງຈ່າຍເງິນຄ່າປະກັນສຸຂະພາບ ບໍ? ຄ່າປະກັນສຸຂະພາບໄດ້ກໍານົດຄືແນວໃດ? ໃນກໍລະນີໃດກອງທຶນປະກັນສັງຄົມຈຶ່ງຈ່າຍເງິນຄ່າປະກັນສຸຂະພາບໃຫ້ແກ່ນາຍ ແລະພົນທະຫານ?

ຕອບ: ມາດຕາ 4 ແລະ 5, ດໍາລັດເລກທີ 70/2015/NĐ-CP ກໍານົດວ່າ: ງົບປະມານຂອງລັດຮັບປະກັນຈ່າຍຄ່າປະກັນສຸຂະພາບທັງໝົດໃຫ້ແກ່ນາຍ ແລະພົນທະຫານ.

ຄ່າປະກັນສຸຂະພາບລາຍເດືອນ (ນັບແຕ່ວັນທີ 1 ມັງກອນ 2016) ຄືດັ່ງນີ້: ສໍາລັບນາຍທະຫານ, ທະຫານວິຊາການ: ເທົ່າກັບ 4,5% ເງິນເດືອນຕາມຂັ້ນ, ຊັ້ນ ແລະບ້ວງເງິນອຸດໜູນຕ່າງໆຕາມຊັ້ນ, ຕໍາແໜ່ງ, ກະສຽນອາຍຸ; ສໍາລັບທະຫານຊັ້ນນາຍສິບ, ນັກຮົບ: ເທົ່າກັບ  4,5% ເງິນເດືອນພື້ນຖານ.

ໂດຍອີງຕາມສະພາບຕົວຈິງ, ລັດຖະມົນຕີກະຊວງປ້ອງກັນປະເທດ ເປັນປະທານ, ສົມທົບກັບລັດຖະມົນຕີກະຊວງຕໍາຫຼວດ, ລັດຖະມົນຕີກະຊວງສາທາລະນະສຸກ, ລັດຖະມົນຕີກະຊວງການເງິນ ແລະການນໍາອົງການທີ່ກ່ຽວຂ້ອງຍື່ນສະເໜີຕໍ່ລັດຖະບານ ດັດປັບຄ່າຈ່າຍເງິນປະກັນສຸຂະພາບໃຫ້ເໝາະສົມ.

ຂໍ້ 4, ມາດຕາ 3, ແຈ້ງການລະຫວ່າງຂະແໜງ ສະບັບເລກທີ 85/2016/TTLT-BQP-BYT-BTC ລົງວັນທີ 2 ມິຖຸນາ 2016 ແນະນໍາປະຕິບັດການປະກັນສຸຂະພາບສໍາລັບພົນທະຫານ ແລະຜູ້ເຮັດວຽກງານກົດລັບ, ກໍານົດກອງທຶນປະກັນສັງຄົມຈ່າຍເງິນປະກັນສຸຂະພາບໃຫ້ແກ່ນາຍ ແລະພົນທະຫານໃນບັນດາກໍລະນີດັ່ງລຸ່ມນີ້: ນາຍທະຫານ, ທະຫານວິຊາການໃນເວລາພັກວຽກທີ່ຊົມໃຊ້ເງິນອຸດໜູນເມື່ອເກີດລູກ, ຫຼືຮັບລູກມາລ້ຽງ; ນາຍທະຫານ, ທະຫານວິຊາການພວມຊົມໃຊ້ເງິນອຸດໜູນເຈັບປ່ວຍຍ້ອນເປັນພະຍາດຂຶ້ນກັບລາຍການພະຍາດຕ້ອງປິ່ນປົວເປັນເວລາຫຼາຍວັນ ໂດຍກະຊວງສາທາລະນະສຸກປະກາດໃຊ້ຕາມຂໍ້ກໍານົດຂອງກົດໝາຍວ່າດ້ວຍປະກັນສັງຄົມ.

 

ແປໂດຍ: ທູຈາງ