ວິສາຫະກິດກອງທັບປະກອບສວ່ນກໍ່ສ້າງເຄື່ອງໝາຍການຄ້າຫວຽດນາມ

ຢູ່ກໍາປູເຈຍ, ເມື່ອເຕື້ອງເຖິງ Metfone, ປະຊາຊົນກໍາປູເຈຍ ຈະຄິດເຖິງເຄື່ອງໝາຍການຄ້າຂອງວິສາຫະກິດໂທລະຄົມມະນາຄົມກອງທັບຫວຽດນາມ ທີ່ພວມດໍາເນີນທຸລະກິດຢ່າງມີປະສິດທິຜົນຢູ່ກໍາປູເຈຍ ໃນທັນທີ. ປັດຈຸບັນ, Metfone ແມ່ນບໍລິສັດໂທລະຄົມມະນາຄົມມີພື້ນຖານໂຄງລ່າງໂທລະຄົມມະນາຄົມດີທີ່ສຸດຢູ່ກໍາປູເຈຍ. ບໍ່ພຽງແຕ່ມີລາຄາບໍລິການຕໍ່າກວ່າທຽບໃສ່ບັນດາການບໍລິການໂທລະຄົມມະນາຄົມອື່ນໆເທົ່ານັ້ນ, ຫາກ Metfone ຍັງມີຫຼາຍບູລິມະສິດທີ່ຈັບອົກຈັບໃຈອີກດ້ວຍ... ທ່ານ Sok Chenda, ຊາວກໍາປູເຈຍ ຢູ່ນະຄອນຫຼວງ ພະນົມເປັນ ໃຫ້ຮູ້ວ່າ: “ບັນດາພາລະກອນຢູ່ຮ້ານວາງສະແດງ Metfone ໄດ້ຕອບຄໍາຖາມຕໍ່ທຸກສິ່ງທຸກຢ່າງທີ່ຂ້າພະເຈົ້າສົນໃຈ ແລະຂ້າພະເຈົ້າສາມາດຮູ້ໄດ້ວ່າເປັນຫຍັງ Metfone ຈຶ່ງປະສົບຜົນສໍາເລັດຢ່າງວ່ອງໄວຄືແນວນັ້ນ”.

ຢູ່ໃກ້ກັບຮ້ານວາງສະແດງຂອງ Metfone, ຮ້ານວາງສະແດງຂອງທະນາຄານການຄ້າຫຸ້ນສ່ວນກອງທັບ (MB) ກໍ່ມີຜູ້ມາຢ້ຽມຊົມທີ່ຄັບຄາໜາແໜ້ນ. MB ພະນົມເປັນ ເລີ່ມເຄື່ອນໄຫວຢູ່ກໍາປູເຈຍ ຢ່າງເປັນທາງການນັບແຕ່ປີ 2011, MB ພະນົມເປັນ ພັດທະນາເທື່ອລະກ້າວ ແລະກາຍເປັນໜຶ່ງໃນບັນດາອົງການຈັດຕັ້ງສິນເຊື່ອທີ່ມີຄວາມໄວ້ເນື້ອເຊື່ອໃຈ, ມີສື່ຊຽງ ແລະສະໜອງບັນດາການບໍລິການທະນາຄານທີ່ສະດວກໃຫ້ແກ່ລູກຄ້າ.

leftcenterrightdel
ພາລະກອນ MB  ມອບຂອງຂວັນໃຫ້ແກ່ບັນດາຄອບຄົວນະໂຍບາຍກໍາປູເຈຍ ທີ່ງານຕະຫຼາດນັດການຄ້າຫວຽດນາມ 2017. ພາບ: ລິງແອວງ

ຄຽງຂ້າງນັ້ນ, ບັນດາຜະລິດຕະພັນຕໍ່າແຜ່ນຕັດຫຍິບ, ເກີບໜັງຂອງບໍລິສັດໃຫຍ່ 28, ບໍລິສັດຫຸ້ນສ່ວນ X20 (GATEXCO 20)… ກໍ່ເຮັດໃຫ້ຜູ້ມາຢ້ຽມຊົມເພິ່ງພໍໃຈ.

ທີ່ເຂດວາງສະແດງ, ທ່ານພົນໂທ ເຈີ່ນເດີນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ສະເໜີກັບທ່ານຈອມພົນ Moeung SamPhan, ຮອງລັດຖະມົນຕີກະຊວງປ້ອງກັນປະເທດກໍາປູເຈຍ ກ່ຽວກັບບັນດາວຽກງານເຊິ່ງທະຫານຫວຽດນາມ ໄດ້ປະຕິບັດເພື່ອຊ່ວຍເຫຼືອໃຫ້ພໍ່ແມ່ປະຊາຊົນຢູ່ບັນດາເຂດຕິດຊາຍແດນ. ນັ້ນແມ່ນຮູບພາບພະນັກງານ, ນັກຮົບສະໝັກໃຈຊ່ວຍປະຊາຊົນກໍ່ສ້າງເຮືອນ, ແນະນໍາໃຫ້ປະຊາຊົນໃນເຂດກ່ຽວກັບເຕັກນິກໃນການເດັດຊາດ້ວຍປະລິມານການຜະລິດສູງ...

ພ້ອມກັນຮ່ວມມືເພື່ອພັດທະນາ

ດ້ວຍຄວາມປາດຖະໜາຢາກຍົກວົງເງິນການຄ້າສອງສົ້ນຫວຽດນາມ - ກໍາປູເຈຍ ຂຶ້ນເຖິງ 5 ຕື້ USD ໃນຊຸມປີຕໍ່ໜ້າ. ທີ່ “ເວທີປາໄສການຄ້າ ແລະການລົງທຶນ ຫວຽດນາມ-ກໍາປູເຈຍ ປີ 2017”  ທີ່ຈັດຕັ້ງຢູ່ນະຄອນຫຼວງ ພະນົມເປັນ ຂອງກໍາປູເຈຍ ໃນວັນທີ 20 ພະຈິກ ຜ່ານມາ, ບັນດາວິສາຫະກິດຫວຽດນາມ ໄດ້ສະເໜີຝ່າຍກໍາປູເຈຍ ຍົກອອກຄວາມຕ້ອງການດຶງດູດການລົງທຶນຕ່າງປະເທດໂດຍໄວ, ໃນນັ້ນກໍານົດຢ່າງຈະແຈ້ງຂະແໜງ, ຂົງເຂດ, ບໍລິເວນ, ບັນຊີລາຍຊື່ບັນດາໂຄງການຈຸດສຸມ, ການບູລິມະສິດດຶງດູດການລົງທຶນຈາກບັນດາວິສາຫະກິດຫວຽດນາມ; ການສົມທົບຢ່າງໜັກແໜ້ນກັບຝ່າຍຫວຽດນາມ ເພື່ອສໍາເລັດການເຈລະຈາ ແລະລົງນາມໃນສັນຍາຫຼີກລ່ຽງການເກັບພາສີຊ້ອນ; ເພີ່ມທະວີການປະຕິຮູບລະບຽບການບໍລິຫານທີ່ກ່ຽວຂ້ອງເຖິງການລົງທຶນ, ການດໍາເນີນທຸລະກິດຕາມທິດງ່າຍດາຍ, ຄົບຊຸດ, ເປີດເຜີຍ, ໂປ່ງໃສ ແລະເປັນເອກະພາບ; ປະກາດໃຊ້ກົນໄກພິເສດໃຫ້ບັນດາວິສາຫະກິດຫວຽດນາມ ໃຫ້ສົມກັບສາຍພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ.

ທ່ານ Ho Sivyong, ຫົວໜ້າກົມຂາອອກ-ຂາເຂົ້າ, ກະຊວງການຄ້າກໍາປູເຈຍ ໃຫ້ຮູ້ວ່າ, ກະຊວງການຄ້າກໍາປູເຈຍ ໄດ້ມີການປະຕິຮູບເລິກເຊິ່ງ, ກວ້າງຂວາງຫຼາຍຢ່າງ ເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວລົງທຶນ, ດໍາເນີນທຸລະກິດ ຢູ່ກໍາປູເຈຍ, ໃນນັ້ນມີການປັບປຸງໂຄງປະກອບການຈັດຕັ້ງຂອງກະຊວງ; ຫັນການສະໜອງໃບຢັ້ງຢືນຕົ້ນກຳເນີດຂອງສິນຄ້າ, ການຈົດທະບຽນບໍລິສັດ ແລະຈົດທະບຽນເຄື່ອງໝາຍການຄ້າເປັນອັດຕະໂນມັດ... ບັນດາການປະຕິຮູບນີ້ພ້ອມກັບຄວາມສະດວກແມ່ນສອງປະເທດບ້ານໃກ້ເຮືອນຄຽງທີ່ສະໜິດຕິດພັນນຳກັນນັ້ນ, ຄາດຄະເນວ່າການພົວພັນດ້ານການຄ້າລະຫວ່າງ ຫວຽດນາມ ແລະກໍາປູເຈຍ  ຈະພັດທະນາຢ່າງແຮງກວ່າອີກໃນໄລຍະຈະມາເຖິງ ແລະງານຕະຫຼາດນັດຫວຽດນາມ 2017 ຢູ່ກໍາປູເຈຍ ເປັນກາລະໂອກາດທີ່ດີເພື່ອໃຫ້ວິສາຫະກິດຫວຽດນາມ, ໃນນັ້ນມີວິສາຫະກິດກອງທັບເປີດກວ້າງຕະຫຼາດ, ຍູ້ແຮງການສົ່ງອອກ ແລະຢືນຢັນເຄື່ອງໝາຍການຄ້າຫວຽດນາມ ຢູ່ກໍາປູເຈຍ.


ແປໂດຍ: ທູຈາງ