ທ່ານພົນຕີ ຫງວຽນຈ້ອງເງ້ຍ, ກຳມະການສູນກາງພັກ, ຮອງຫົວໜ້າກົມໃຫຍ່ການເມືອງ ແລະທ່ານພົນໂທ ຫງວຽນວັນຣີງ, ປະທານສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊີນຫວຽດນາມ ໄດ້ເປັນປະທານການເຮັດວຽກ. ເຂົ້າຮ່ວມຍັງມີການນຳຈາກບັນດາອົງການ, ກົມກອງຂຶ້ນກັບກົມໃຫຍ່ການເມືອງ, ຜູ້ແທນຈາກບັນດາອົງການກ່ຽວຂ້ອງຂອງກະຊວງປ້ອງກັນປະເທດ ແລະສູນກາງສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊີນຫວຽດນາມ.

ໃນໄລຍະຜ່ານມາ, ກົມໃຫຍ່ການເມືອງໄດ້ສົມທົບກັບບັນດາອົງການທີ່ກ່ຽວຂ້ອງ ແລະຊີ້ນຳໂດຍກົງບັນດາອົງການສື່ມວນຊົນໃນກອງທັບ ປະຕິບັດວຽກງານໂຄສະນາກ່ຽວກັບໄພພິບັດທາດພິດສີສົ້ມ, ຜົນຮ້າຍຢ້ອນຫຼັງຈາກທາດພິດເຄມີສີສົ້ມດີໂອຊີນໂດຍ ອາເມລິກາ ໄດ້ນຳໃຊ້ໃນສົງຄາມຢູ່ຫວຽດນາມ ເປັນຢ່າງດີ; ປະຕິບັດວຽກງານເບິ່ງແຍງດູແລຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມເປັນຢ່າງດີ. ບັນດາອົງການກ່ຽວຂ້ອງຂອງກະຊວງປ້ອງກັນປະເທດໄດ້ເປັນເຈົ້າການສົມທົບກັບສູນກາງສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊີນຫວຽດນາມ ຢ່າງແໜ້ນແຟ້ນເພື່ອຄົ້ນຄວ້າ, ສະເໜີຕໍ່ພັກ ແລະລັດເນື້ອໃນຫຼາຍຢ່າງໃນການສ້າງຕັ້ງສະມາຄົມ, ເບິ່ງແຍງດູແລໃຫ້ແກ່ຜູ້ຖືກຕິດທາດເຄມີ.

leftcenterrightdel
ພາບປະກອບຈາກ: vava.org.vn

ກ່າວຄຳເຫັນສະຫຼຸບການເຮັດວຽກ, ທ່ານພົນຕີ ຫງວຽນຈ້ອງເງ້ຍ ຢືນຢັນວ່າ: ໃນໄລຍະຜ່ານມາ, ບັນດາອົງການ, ກົມກອງໃນທົ່ວກອງທັບຍາມໃດກໍ່ຊາບຊຶມຢ່າງເລິກເຊິ່ງທັດສະນະຂອງພັກ, ລັດ ແລະຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ກ່ຽວກັບການໂຄສະນາ, ສ່ອງແສງໄພພິບັດທາດພິດສີສົ້ມຢູ່ຫວຽດນາມ ແລະວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດເຄມີໂດຍ ອາເມລິກາ ໄດ້ນຳໃຊ້ໃນສົງຄາມຢູ່ຫວຽດນາມ, ປະຕິບັດວຽກງານເບິ່ງແຍງດູແລ, ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມເປັນຢ່າງດີ. ຕາມນັ້ນແລ້ວ, ບັນດາອົງການ, ກົມກອງໄດ້ຕັ້ງໜ້າໜູນຊ່ວຍ, ຊ່ວຍເຫຼືອບັນດາອົງການຈັດຕັ້ງສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຢ່າງມີປະສິດທິຜົນ; ຖືເອົາການເບິ່ງແຍງດູແລ, ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມແມ່ນຄວາມຮັບຜິດຊອບ, ແມ່ນສິນທຳ, ແມ່ນມູນເຊື້ອອັນດີງາມລ້ຳຄ່າຂອງກອງທັບ. ທ່ານພົນຕີ ຫງວຽນຈ້ອງເງ້ຍ ໄດ້ສະເໜີກົມໂຄສະນາອົບຮົມ, ກົມໃຫຍ່ການເມືອງ ແລະອົງການກ່ຽວຂ້ອງຕ່າງໆຂອງກະຊວງປ້ອງກັນປະເທດພິຈາລະນາ, ເປັນເສນາທິການ ແລະແນະນຳການຈຳໜ່າຍ ວາລະສານ ສີສົ້ມເຖິງຫ້ອງການ ໂຮ່ຈິມິນ ໃນບັນດາກອງພັນທີ່ມີພົນທະຫານຢ່າງຄົບຖ້ວນ; ບັນດາປ້ອມປ້ອງກັນຊາຍແດນ, ກອງເຮືອຮົບ; ກອງຮ້ອຍປືນໃຫຍ່ປ້ອງກັນອາກາດຂຶ້ນກັບເຫຼົ່າທັບປ້ອງກັນອາກາດ-ກອງທັບອາກາດ.

 

ແປໂດຍ: ທູຈາງ