ກ່ອນລະດູບານໃໝ່ຈະວຽນມາ, ATK ດິ້ງຮວ໋າ, ແຂວງ ຖ໋າຍງວຽນ ຕ້ອນຮັບພວກຂ້າພະເຈົ້າ ດ້ວຍຄວາມສະຫງົບສຸກ, ເຕັມໄປດ້ວຍຄວາມຮູ້ສຶກ. ຈາກ ເຄົາຕີ້, ໄປລຽບຕາມເສັ້ນທາງປ່າທີ່ຄົດລ້ຽວ, ຕົ້ນໄຮ ລຸງໂຮ່ ມີອາຍຸນັບຫຼາຍຮ້ອຍປີ ໄດ້ປະກົດຕົວຂຶ້ນສູງຢູ່ໃຕ້ຕີນພູ ຮົ່ງ ໃນບໍລິເວນບ້ານ ຄວນຕ໋າດ, ຕາແສງ ຟູ໋ດິ່ງ. ຢູ່ໃຕ້ຮົ່ມຕົ້ນໄຮ ແມ່ນເດີ່ນຂີ້ດິນ ເຊິ່ງແຕ່ກ່ອນ ລຸງໂຮ່ ພ້ອມກັບສະຫາຍຫຼາຍຄົນຝຶກແອບມວຍ ແລະຫຼິ້ນກິລາເພື່ອຝຶກຝົນຫຼໍ່ຫຼອມສຸຂະພາບ. ກວ່າ 70 ປີທີ່ຜ່ານພົ້ນໄປ, ສະຖານທີ່ແຫ່ງນີ້ຍັງຮັກສາຮອຍຕີນຂອງເພິ່ນໄວ້ຢູ່...

ຈາກທາງຫຼວງ, ພວກຂ້າພະເຈົ້າ ລ້ຽວໄປຕາມທາງເບຕົງຮາບພຽງຕັດຜ່ານທົ່ງນາ ເພື່ອໄປຮອດພູ ເຄົາຕີ້, ຕາແສງ ດ່ຽມມັກ. ຂັ້ນໄດຂຶ້ນໄປຈອມພູເຄົາຕີ້ ແຕ່ລະຂັ້ນກ້ຽງຈົນເຫຼື້ອມຍ້ອນຮອຍຕີນຂອງຜູ້ຢູ່ຫ່າງໄກເພື່ອມາຕອບບຸນແທນຄຸນແຫຼ່ງກໍາເນີດການ ປະຕິວັດ.

leftcenterrightdel
ປະທານ ໂຮ່ຈິມິນ ຢ້ຽມຢາມພໍ່ແມ່ປະຊາຊົນຕາແສງ ຟຸກລິງ, ເມືອງ ດ້າຍຕື, ແຂວງ ຖ໋າຍງວຽນ, ປີ 1954. ພາບ: ເອກະສານ

ຢູ່ ATK ດິ້ງຮວ໋າ, ແຜນນະໂຍບາຍ, ລັດຖະນະໂຍບາຍສໍາຄັນ, ຕັດສິນຊີ້ຂາດຊາຕາກໍາຂອງຊາດຫຼາຍສະບັບໄດ້ປະກາດໃຊ້ພາຍໃຕ້ການຊີ້ນໍາຂອງ ປະທານ ໂຮ່ຈິມິນ ແລະສູນກາງພັກ, ຄື: ວັນທີ 15 ຕຸລາ 1947, ຢູ່ເຄົາຕີ້, ຄະນະປະຈໍາສູນກາງພັກ ໄດ້ອອກຄໍາສັ່ງ “ຕ້ອງທັບມ້າງການບຸກໂຈມຕີໃນລະດູໜາວຂອງພວກຂ້າເສິກຝຣັ່ງ”. ວັນທີ 19 ສິງຫາ 1948, ປະທານ ໂຮ່ຈິມິນ ເຊັນລັດຖະດຳລັດ ເລກທີ 206-SL ສ້າງຕັ້ງສະພາປ້ອງກັນຊາດສູງສຸດ. ວັນທີ 25 ກໍລະກົດ 1950, ຕົກລົງສ້າງຕັ້ງຄະນະພັກ ແລະກອງບັນຊາການບັ້ນຮົບຊາຍແດນ. ອອກຄໍາສັ່ງເປີດບັນດາບັ້ນຮົບ: ພູດອຍ, ຮວ່າບິ່ງ, ໄຕບັກ, ພາກເໜືອລາວ... ກໍ່ໄດ້ກະຈາຍຈາກສູນກາງຕໍ່ຕ້ານ ATK ດິ້ງຮວ໋າ. ພິເສດແມ່ນ ວັນທີ 6 ທັນວາ 1953, ຢູ່ ຕິນແກວ, ໃຕ້ຕີນກິ່ວ ແຢ, ພູ ຮົ່ງ ຂຶ້ນກັບຕາແສງ ຟູ໋ດິ່ງ (ເມືອງ ດິ້ງຮວ໋າ), ປະທານ ໂຮ່ຈິມິນ ພ້ອມກັບກົມການເມືອງ ຕັດສິນໃຈເປີດບັ້ນຮົບປະຫວັດສາດ ດ້ຽນບຽນຝູ.

leftcenterrightdel
ທາງໄປຕາແສງ ດ່ຽມມັກ ສວຍສົດໃສໃນສີສັນລະດູບານໃໝ່. ພາບ: ຫວຽດຮ່າ.

ໃນສີສັນລະດູບານໃໝ່ທີ່ສົດໃສ, ພວກຂ້າພະເຈົ້າ ມາຢ້ຽມຢາມຫໍບູຊາ ລຸງໂຮ່ ເທິງຈອມກິ່ວ ແຢ - ໝາກຫົວໃຈຂອງ ATK ດິ້ງຮວ໋າ, ສະແດງຄວາມເຄົາລົບນັບຖືຈູດທູບທຽນອາໄລຫາບຸນຄຸນເພິ່ນ. ທ່ານ ດົ່ງຄັກທໍ້ ຫົວໜ້າຄະນະຄຸ້ມຄອງເຂດປູຊະນີຍະສະຖານປະຫວັດສາດ-ຊີວະພາບ ATK ດິ້ງຮວ໋າ, ໃຫ້ຮູ້ວ່າ: ຮອດວັນທີ 9, ວັນທີ 10 ເດືອນຈຽງ, ພໍ່ແມ່ປະຊາຊົນຢູ່ 24 ຕາແສງ, ເທດສະບານເມືອງ ດິ້ງຮວ໋າ ພັດມາເຕົ້າໂຮມກັນຢູ່ກິ່ວ ແຢ ຂ້າງເຮືອນອານຸສອນສະຖານປະທານ ໂຮ່ຈິມິນ ພ້ອມກັນເຂົ້າຮ່ວມງານບຸນ ລົ່ງຕົ່ງ (ລົງນາ), ບູຊາສົມມະນາບຸນຄຸນເທວະດາກະສິກຳ, ພາວະນາຂໍໃຫ້ດິນຟ້າອາກາດເອື້ອອໍານວຍຄວາມສະດວກ, ພາວະນາຂໍໃຫ້ລະດູການເກັບກ່ຽວໄດ້ຮັບຜົນດີ...

ອໍາລາ ດ່ຽມມັກ ໃນຍາມແລງ, ຄວັນສີຄາມຍາມແລງຄ່ອຍໆປ່ອຍອອກຢູ່ເທິງຫຼັງຄາເຮືອນຮ້ານ. ດິ້ງຮວ໋າ ກໍາລັງຕ້ອນຮັບລະດູບານໃໝ່ວຽນມາ, ລະດູບານໃໝ່ແຫ່ງນ້ຳໃຈສາມັກຄີ, ຄວາມອີ່ມໜໍາສໍາລານ, ສົມບູນພູນສຸກ.

 

ແປໂດຍ: ຮວ່າງເຈື່ອງ