ທ່ານພົນຕີ ເຈິ່ນຮວ່າຍຈຸງ ເລຂາຄະນະພັກ, ຫົວໜ້າການເມືອງທະຫານເຂດ 7 ໄດ້ຍິນດີຕ້ອນຮັບຄະນະພະນັກງານການເມືອງຂັ້ນສູງກອງທັບປະຊາຊົນລາວ ມາຢ້ຽມຢາມ, ເຮັດວຽກກັບທະຫານເຂດ 7 ແລະອວຍພອນບັນດາຜົນງານອັນໃຫຍ່ຫຼວງເຊິ່ງປະຊາຊົນລາວ ບັນລຸໄດ້ໃນສະໄໝໃໝ່. ທ່ານພົນຕີ ເຈິ່ນຮ່ວາຍຈຸງ ເນັ້ນໜັກວ່າ: "ກໍາລັງປະກອບອາວຸດທະຫານເຂດ 7 ໝັ້ນໝາຍຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນຮັກສາການພົວພັນລະຫວ່າງສອງກອງທັບ, ສອງປະເທດໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ".

leftcenterrightdel
ຄະນະກົມໃຫຍ່ການເມືອງກອງທັບປະຊາຊົນລາວ ຖ່າຍຮູບເປັນທີ່ລະນຶກກັບການນໍາທະຫານເຂດ 7. ພາບ: qdnd.vn.

ທ່ານພົນຕີ ທອງລອຍ ສີລິວົງ ຂອບໃຈການຕ້ອນຮັບຢ່າງອົບອຸ່ນ, ເຂັ້ມຄົ້ນໄປດ້ວຍຄວາມສາມັກຄີເຊິ່ງທະຫານເຂດ 7 ສະຫງວນໃຫ້ແກ່ຄະນະ. ທ່ານພົນຕີ ທອງລອຍ ສີລິວົງ  ຫວັງວ່າໃນປີ 2019, ກອງທັບລາວ ແລະທະຫານເຂດ 7 ຈະເພີ່ມທະວີການຮ່ວມມືຮອບດ້ານ, ໃນນັ້ນຖືເປັນສໍາຄັນການແລກປ່ຽນຄະນະ, ພົບປະແລກປ່ຽນ, ຖອດຖອນບົດຮຽນໃນການສ້າງກໍາລັງ, ສ້າງເຂດປ້ອງກັນ, ພັດທະນາເສດຖະກິດຕິດພັນກັບການປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເພີ່ມທະວີການສົມທົບກັນໃນການປ້ອງກັນ, ຕ້ານ “ການຫັນປ່ຽນໂດຍສັນຕິ”.

ໂດຍ: ກວຽດເຕິມ