leftcenterrightdel
ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຕ້ອນຮັບທ່ານ ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ວິໄລ ຫຼ້າຄຳຟອງ ແຈ້ງໃຫ້ທ່ານ ຫງວຽນຝູຈ້ອງ ຮັບຊາບກ່ຽວກັບສະພາບການຢູ່ລາວ ຫວ່າງມໍ່ໆມານີ້, ເປັນຕົ້ນແມ່ນວຽກງານປ້ອງກັນຄວາມສະຫງົບແຫ່ງຊາດ; ໝາກຜົນການພົບປະເຈລະຈາລະຫວ່າງກະຊວງຕໍາຫຼວດຫວຽດນາມ ແລະກະຊວງປ້ອງກັນຄວາມສະຫງົບລາວ; ຢືນຢັນວ່າກະຊວງປ້ອງກັນຄວາມສະຫງົບລາວ ຈະສົມທົບຢ່າງແໜ້ນແຟ້ນກັບກະຊວງຕໍາຫຼວດຫວຽດນາມ ປະຕິບັດຂໍ້ຕົກລົງລະຫວ່າງການນຳຂັ້ນສູງຂອງສອງພັກ ແລະຂໍ້ຕົກລົງຮ່ວມມືລະຫວ່າງສອງກະຊວງຢ່າງມີປະສິດທິຜົນ, ປະກອບສ່ວນປະຕິບັດມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກຢ່າງມີໄຊ.

leftcenterrightdel
ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະທ່ານ ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຫງວຽນຝູຈ້ອງ ໄດ້ຕີລາຄາສູງໝາກຜົນການພົບປະເຈລະຈາ ກໍຄືການຮ່ວມມືລະຫວ່າງສອງກະຊວງໃນໄລຍະຜ່ານມາ, ສົມເປັນໜຶ່ງໃນບັນດາຂົງເຂດເສົາຄ້ຳໃນການພົວພັນສອງປະເທດ; ສະເໜີສອງກະຊວງສືບຕໍ່ເສີມຂະຫຍາຍມູນເຊື້ອ, ສົມທົບກັນຢ່າງແໜ້ນແຟ້ນໃນການປ້ອງກັນຄວາມສະຫງົບແຫ່ງຊາດ, ຮັກສາຄວາມເປັນລະບຽບຮຽບຮ້ອຍ,  ຄວາມປອດໄພໃນສັງຄົມ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ທາບທາມຄໍາເຫັນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສສາກົນ ແລະພາກພື້ນກ່ຽວກັບການສະກັດກັ້ນ ແລະຕ້ານອາດຊະຍາກໍາ, ເປັນຕົ້ນແມ່ນອາດຊະຍາກໍາຂ້າມຊາດ; ປະກອບສ່ວນເຮັດໃຫ້ສາຍພົວພັນລະຫວ່າງສອງປະເທດນັບມື້ນັບພັດທະນາຢ່າງແຮງໃນທຸກຂົງເຂດ.

ໂດຍ: ເຈິ່ນຮວ່ຽນ