leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: baoquankhu7.vn.

ທ່ານພົນຈັດຕະວາ ຫງວຽນວັນນາມ ເນັ້ນໜັກວ່າ: ໃນໄລຍະຜ່ານມາ, ການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດສອງປະເທດຫວຽດນາມ-ລາວ ໄດ້ນັບມື້ນັບກ້າວເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນຢູ່ທຸກຂົງເຂດ, ປະກອບສ່ວນປັບປຸງ ແລະຮັດແໜ້ນຄວາມໄວ້ເນື້ອເຊື່ອໃຈ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ປະຊາຊົນ ແລະກອງທັບສອງປະເທດກວ່າອີກ; ສະກັດກັ້ນ ແລະຕ້ານກົນອຸບາຍເລ່ລ່ຽມຂອງບັນດາພວກອິດທິກຳລັງປໍລະປັກເພື່ອແນໃສ່ມ້າງເພທຳລາຍ, ແບ່ງແຍກສາຍພົວພັນແບບພິເສດຫວຽດນາມ-ລາວ, ສ້າງສາຍພົວພັນໃຫ້ “ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ”.

leftcenterrightdel
ທ່ານພົນຈັດຕະວາ ຫງວຽນວັນນາມ ມອບຂອງຂວັນເປັນທີ່ລະນຶກໃຫ້ທ່ານພົນຈັດຕະວາ ວຽງໄຊ ສົມວິຈິດ. ພາບ: baoquankhu7.vn.

ທ່ານພົນຈັດຕະວາ ວຽງໄຊ ສົມວິຈິດ ໄດ້ຂອບອົກຂອບໃຈທ່ານພົນຈັດຕະວາ ຫງວຽນວັນນາມ ພ້ອມກັບບັນດາສະມາຊິກຂອງທະຫານເຂດ 7 ໄດ້ສະຫງວນໃຫ້ຄະນະ. ທ່ານກໍແຈ້ງໃຫ້ກອງບັນຊາການທະຫານເຂດ 7 ຮັບຊາບກ່ຽວກັບການແລກປ່ຽນ, ຄົ້ນຄວ້າກັບສະຖາບັນຍຸດທະສາດກະຊວງປ້ອງກັນປະເທດຫວຽດນາມ ທີ່ປະສົບຜົນສໍາເລັດຢ່າງຈົບງາມ. ສອງຝ່າຍກໍໄດ້ເຫັນດີເປັນເອກະພາບ ແລະໄດ້ມີບັນດາການສະຫຼຸບລວມກ່ຽວກັບການຮ່ວມມືໃນການສະກັດກັ້ນ ແລະຕ້ານການຫັນປ່ຽນໂດຍສັນຕິຂອງບັນດາພວກອິດທິກໍາລັງປໍລະປັກໃນສະພາບການໃໝ່; ຄົ້ນຄວ້າກ່ຽວກັບສະພາບການຕົວຈິງ ແລະແລກປ່ຽນບົດຮຽນໃນຂົງເຂດນີ້ຢູ່ບາງກົມກອງ.

ໂດຍ: ໄຊນິດາ