ການໄປປະຕິບັດງານຢູ່ ຫວຽດນາມ ໃນຄັ້ງນີ້ຂອງທ່ານ ບຸນຈັນ ສິນທະວົງ ເພື່ອແນໃສ່ກະກຽມໃຫ້ການຢ້ຽມຢາມ ແລະເຮັດວຽກຢູ່ປະເທດ ສປປ ລາວ ຂອງທ່ານ ຫງວຽນຟູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໃນທ້າຍເດືອນ ກຸມພາ 2019.

leftcenterrightdel
ທ່ານ ດິງຕ໋ຽນຢູງ ລັດຖະມົນຕີກະຊວງການເງິນຫວຽດນາມ ແລະທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະຂົນສົ່ງລາວ. ພາບ: baomoi.com.

ກ່າວຄໍາເຫັນທີ່ການຕ້ອນຮັບ, ທ່ານ ດິງຕ໋ຽນຢູງ ສະແດງຄວາມປິຕິຊົມຊື່ນຕໍ່ເລື່ອງ ທ່ານ ບຸນຈັນ ສິນທະວົງ  ພ້ອມກັບຄະນະປະຕິບັດງານມາຢ້ຽມຢາມ ແລະເຮັດວຽກກັບກະຊວງການເງິນຫວຽດນາມ. ທ່ານ ດິງຕ໋ຽນຢູງ ຢືນຢັນວ່າຈະສືບຕໍ່ຊຸກຍູ້ການຮ່ວມມືດ້ານການເງິນ, ສັນຍາຊ່ວຍເຫຼືອທຶນກໍ່ສ້າງທາງຄົມມະນາຄົມຢູ່ ລາວ; ພ້ອມທັງຈະລາຍງານເຖິງທ່ານ ນາຍົກລັດຖະມົນຕີຫວຽດນາມ ກ່ຽວກັບບັນດາກົນໄກການເງິນ, ວິທີການຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ. ທ່ານ ດິງຕ໋ຽນຢູງ ຢືນຢັນວ່າ, ສາຍພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ລາວ ໄດ້ ແລະພວມເຂົ້າສູ່ເນື້ອແທ້ກວ່າ, ໄດ້ຫຼາຍຜົນງານທີ່ດີກວ່າ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: baomoi.com.

ທ່ານ ບຸນຈັນ ສິນທະວົງ ຮັບຮູ້ບັນດາຄວາມຄິດເຫັນແລກປ່ຽນທີ່ກົງໄປກົງມາຂອງທ່ານ ດິງຕ໋ຽນຢູງ ບົນຈິດໃຈຮ່ວມມື, ເຕັມໄປດ້ວຍນໍ້າໃຈສາມັກຄີລະຫວ່າງສອງປະເທດ; ພ້ອມທັງໃຫ້ຮູ້ວ່າຈະລາຍງານຜົນງານການເຮັດວຽກກັບກະຊວງການເງິນຫວຽດນາມ ເຖິງທ່ານ ນາຍົກລັດຖະມົນຕີລາວ. ທ່ານ ບຸນຈັນ ສິນທະວົງ ອວຍພອນຄວາມສາມັກຄີ, ມິດຕະພາບແບບພິເສດລະຫວ່າງສອງພັກ, ສອງລັດ, ກະຊວງການເງິນຫວຽດນາມ ແລະກະຊວງໂຍທາທິການ ແລະຂົນສົ່ງລາວ ໃຫ້ນັບມື້ນັບພັດທະນາ.

 

ໂດຍ: ເກື່ອງດັ້ງ