ໃນການພົບປະກັບທ່ານພົນຕີ ສອນທອງ ພົມລາວົງ, ທ່ານພັນເອກ ເຈິ່ນຮວ່າງຕ໋ຽນ, ຫົວໜ້າພະແນກໜັງສືພິມລາຍເດືອນ, ໜັງສືພິມກອງທັບປະຊາຊົນຫວຽດນາມ, ຫົວໜ້າຄະນະປະຕິບັດງານໃຫ້ຮູ້ວ່າ: ໂດຍໄດ້ຮັບການຊ່ວຍເຫຼືອຢ່າງຕັ້ງໜ້າຈາກບັນດາອົງການທີ່ກ່ຽວຂ້ອງ ແລະບັນດາກົມກອງກອງທັບ, ທ້ອງຖິ່ນຂອງລາວ, ຄະນະປະຕິບັດງານໄດ້ສໍາເລັດບັນດາເນື້ອໃນ, ລາຍການວຽກງານ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: qdnd.vn

ທ່ານພົນຕີ ສອນທອງ ພົມລາວົງ ຊົມເຊີຍຄະນະປະຕິບັດງານໄດ້ແກ້ໄຂບັນດາຄວາມຫຍຸ້ງຍາກ, ສໍາເລັດໜ້າທີ່ວຽກງານເປັນຢ່າງດີ, ພ້ອມທັງຢືນຢັນຄວາມສາມັກຄີ, ການຮ່ວມມືມິດຕະພາບແບບພິເສດລະຫວ່າງສອງພັກ, ສອງລັດເວົ້າລວມ ແລະກອງທັບສອງປະເທດເວົ້າສະເພາະທີ່ນັບມື້ນັບພັດທະນາ. ທ່ານພົນຕີ ສອນທອງ ພົມລາວົງ ໃຫ້ຮູ້ວ່າ, ໃນໄລຍະຜ່ານມາ, ກົມໃຫຍ່ການເມືອງກອງທັບປະຊາຊົນລາວ ໄດ້ຮັບການຊ່ວຍເຫຼືອຢ່າງແທດຈິງ ແລະມີປະສິດທິຜົນຈາກກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ. ກ່ຽວກັບວຽກງານໂຄສະນະ, ທ່ານພົນຕີ ສອນທອງ ພົມລາວົງ ປາດຖະໜາວ່າໜັງສືພິມກອງທັບປະຊາຊົນລາວ ແລະໜັງສືພິມກອງທັບປະຊາຊົນຫວຽດນາມ ເພີ່ມທະວີການຮ່ວມມື, ຍູ້ແຮງການໂຄສະນາມູນເຊື້ອ, ຮູບພາບກອງທັບຂອງປະເທດເພື່ອນມິດ ກໍ່ຄືສາຍພົວພັນແບບພິເສດຫວຽດນາມ-ລາວ, ເພື່ອແນໃສ່ເຮັດໃຫ້ການພົວພັນມິດຕະພາບ, ການຮ່ວມມືແບບພິເສດລະຫວ່າງສອງພັກ, ສອງລັດ ແລະກອງທັບສອງປະເທດ “ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ”

ໂດຍ: ແສງພະຈັນ