ວັນບຸນຈະດຳເນີນຢູ່ນະຄອນດ້ຽນບຽນຝູ ໃນລະຫວ່າງວັນທີ 4 – 5 ທັນວາຈະມາເຖິງ, ໂດຍກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ສົມທົບກັບຄະນະກຳມະການປະຊາຊົນແຂວງດ້ຽນບຽນ ຈັດຕັ້ງ. ວັນບຸນລວມມີບັນດາເນື້ອໃນ ຄື: ງານວາງສະແດງຮູບພາບ “ສາຍພົວພັນແບບພິເສດຫວຽດນາມ - ລາວ, ບັນດາໄລຍະທາງທີ່ສະຫງ່າລາສີ”; ງານຕະຫຼາດນັດສະແດງ, ແນະນຳ, ໂຄສະນາເຜີຍແຜ່ບັນດາຜະລິດຕະພັນວັດທະນະທຳທ່ອງທ່ຽວ, ອາຫານການກິນ; ງານພົບປະແລກປ່ຽນສະແດງສິລະປະ; ກອງປະຊຸມສຳມະນາ “ສົ່ງເສີມການລົງທຶນ, ການຄ້າ ແລະທ່ອງທ່ຽວແຂວງດ້ຽນບຽນ” ເພື່ອແນໃສ່ໂຄສະນາເຜີຍແຜ່, ຮຽກຮ້ອງການສົ່ງເສີມການລົງທຶນ, ການຄ້າ ແລະທ່ອງທ່ຽວຂອງບັນດາແຂວງທີ່ມີເສັ້ນຊາຍແດນຮ່ວມກັບລາວ ເວົ້າລວມ ແລະແຂວງດ້ຽນບຽນ ເວົ້າສະເພາະ.

leftcenterrightdel
ບັນຍາກາດທີ່ການປະຊຸມຂ່າວໃນຕອນບ່າຍວັນທີ 13 ພະຈິກ. ພາບ: qdnd.vn.

ທ່ານ ຫງວຽນມີງຮົ່ງ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ກ່າວຄຳເຫັນທີ່ການປະຊຸມຂ່າວວ່າ: “ນີ້ແມ່ນວັນບຸນຂອງປະຊາຊົນບັນດາແຂວງຊາຍແດນ, ແມ່ນໂອກາດເພື່ອເພີ່ມທະວີການເຄື່ອນໄຫວວຽກງານຖະ​ແຫຼງ​ຂ່າວການຕ່າງປະເທດຢູ່ເຂດຊາຍແດນ, ປະກອບສ່ວນຍົກສູງຄວາມຮູ້ສຳລັບທຸກຂັ້ນ, ທຸກຂະແໜງການ ແລະປະຊາຊົນເຂດຊາຍແດນກ່ຽວກັບສະຕິ, ຄວາມຮັບຜິດຊອບໃນວຽກງານຄຸ້ມຄອງ ເພື່ອແນໃສ່ປະກອບສ່ວນປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໄວ້ຢ່າງໝັ້ນຄົງ; ຮັກສາສັນຕິພາບ, ສະຖຽນລະພາບເພື່ອພັດທະນາປະເທດ; ຍົກສູງຖານະບົດບາດ ແລະອິດທິພົນຊື່ສຽງຂອງຫວຽດນາມໃນພາກພື້ນ ແລະຢູ່ໃນໂລກ”.

ໂດຍ: ທູຮັ່ງ