ກ່າວຄຳເຫັນທີ່ພິທີ, ທ່ານ ຮວ່າງກົງຮວ່ານ ຮອງຫົວໜ້າຫ້ອງວ່າການສູນກາງພັກ ຊີ້ແຈ້ງວ່າການເປີດສະຫຼອງ ແລະມອບ - ຮັບໂຮງຮຽນໂດຍທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມມອບໃຫ້ປະຊາຊົນລາວບັນດາເຜົ່າອ້າຍນ້ອງແມ່ນການສະແດງໃຫ້ເຫັນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ,  ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດຢ່າງມີຊີວິດຊີວາ.

leftcenterrightdel
ພິທີຕັດແຖບຜ້າເປີດສະຫຼອງ ແລະມອບ - ຮັບໂຮງຮຽນມັດທະຍົມຕອນປາຍສີທ່ານາໄຊ. ພາບ: nhandan.com.vn.
leftcenterrightdel
ທ່ານ ຮວ່າງກົງຮວ່ານ, ຮອງຫົວໜ້າຫ້ອງວ່າການສູນກາງພັກກ່າວຄຳເຫັນທີ່ພິທີ. ພາບ: nhandan.com.vn.

ໂດຍໄດ້ຮັບການມອບສິດຈາກທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ, ທ່ານ ຮວ່າງກົງຮວ່ານ ໄດ້ມອບໂຮງຮຽນຫຼັງດັ່ງກ່າວໃຫ້ຝ່າຍປະເທດເພື່ອນມິດລາວນຳໃຊ້ຢ່າງເປັນທາງການ.

ຕາງໜ້າຄະນະພັກ ແລະອຳນາດການປົກຄອງແຂວງບໍລິຄຳໄຊ, ທ່ານ ບຸນມາ ບຸຈະເລີນ, ຮອງເລຂາພັກແຂວງ, ຮອງເຈົ້າແຂວງໆບໍລິຄໍາໄຊ ຢືນຢັນວ່າໂຮງຮຽນດັ່ງກ່າວນັ້ນບໍ່ພຽງແຕ່ມີຄວາມໝາຍອັນໃຫຍ່ຫຼວງທີ່ສຸດສຳລັບພາລະກິດພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ປະເທດລາວເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນສາຍພົວພັນແບບພິເສດ, ການຮ່ວມມືຮອບດ້ານ ແລະການສະໜິດຕິດພັນຢ່າງເລິກເຊິ່ງລະຫວ່າງສອງພັກ, ສອງລັດ ລາວ - ຫວຽດນາມ ອີກດ້ວຍ.

ໂດຍ: ບົວພອນ