ທ່ານ ວິດົງ ໄຊຍະສອນ ກຳມະການສູນກາງພັກ, ເລຂາພັກແຂວງ-ເຈົ້າແຂວງແຂວງວຽງຈັນ ແລະບັນດາສະຫາຍການນຳແຂວງວຽງຈັນ ໄດ້ສະແດງຄວາມປິຕິຊົນຊື່ນເມື່ອໄດ້ຕ້ອນຮັບທ່ານ ເຈິ່ນກວກເວື້ອງ ແລະຄະນະຜູ້ແທນຂັ້ນສູງຫວຽດນາມມາຢ້ຽມຢາມ; ລາຍງານກັບຄະນະກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ, ວຽກງານກໍ່ສ້າງພັກຂອງແຂວງວຽງຈັນກໍຄືສາຍພົວພັນຮ່ວມມືລະຫວ່າງແຂວງວຽງຈັນ ແລະບັນດາແຂວງ, ນະຄອນຂອງຫວຽດນາມ; ຢືນຢັນວ່າແຂວງຈະມານະພະຍາຍາມປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນສາມັກຄີແບບພິເສດ ແລະຮ່ວມມືຮອບດ້ານຫວຽດນາມ-ລາວ ໃຫ້ນັບມື້ນັບພັດທະນາ, ແຕກດອກອອກຜົນ.

leftcenterrightdel
ທ່ານ ເຈິ່ນກວກເວື້ອງ ກ່າວຄຳເຫັນທີ່ການພົບປະກັບບັນດາການນຳແຂວງວຽງຈັນ. ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານ ເຈິ່ນກວກເວື້ອງ ຊົມເຊີຍບັນດາຜົນງານສຳຄັນໃນບັນດາຂົງເຂດເຊິ່ງອົງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນແຂວງວຽງຈັນ ບັນລຸໄດ້ໃນໄລຍະຜ່ານມາ; ພ້ອມທັງຕີລາຄາສູງໝາກຜົນການຮ່ວມມື, ຊ່ວຍເຫຼືອເຊິ່ງກັນ ແລະກັນໃນໄລຍະຈະມາເຖິງ, ແຂວງວຽງຈັນສືບຕໍ່ເປີດກວ້າງ ແລະຍົກສູງປະສິດທິຜົນການຮ່ວມມືໃນບັນດາຂົງເຂດກັບບັນດາແຂວງ, ນະຄອນຂອງຫວຽດນາມ, ເປັນຕົ້ນແມ່ນຮ່ວມມືກ່ຽວກັບການປ້ອງກັນຊາດ- ປ້ອງກັນຄວາມສະຫງົບ, ການສຶກສາ-ບຳລຸງສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ການແລກປ່ຽນບົດຮຽນກ່ຽວກັບວຽກງານກໍ່ສ້າງພັກ, ຄຸ້ມຄອງເສດຖະກິດຢູ່ທ້ອງຖິ່ນຕ່າງໆ...

ໂດຍ: ທູຮັ່ງ