ທີ່ກອງປະຊຸມ, ທ່ານ ດຽວ ກແຣ໋, ຮອງຫົວໜ້າຄະນະປະຈໍາຄະນະຂົນຂວາຍປະຊາຊົນສູນກາງ ໃຫ້ຮູ້ວ່າ: ໃນຊຸມປີຜ່ານມາ, ພັກ, ລັດ ແລະປະຊາຊົນສອງປະເທດ ຫວຽດນາມ - ລາວ ຍາມໃດກໍ່ກໍານົດວຽກງານການພົວພັນຕ່າງປະເທດປະຊາຊົນ, ພິເສດແມ່ນວຽກງານຂົນຂວາຍປະຊາຊົນຢູ່ເຂດຊາຍແດນແມ່ນໜ້າທີ່ສໍາຄັນຂອງລະບົບການເມືອງ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ສ່ວນທ່ານ ໄຊສົມພອນ ພົມວິຫານ, ປະທານຄະນະກຳມະການສູນກາງແນວລາວສ້າງຊາດ ເນັ້ນໜັກວ່າ: ສອງຝ່າຍຄວນຍູ້ແຮງສົມທົບກັນໝູນໃຊ້ວິທະຍາສາດເຕັກນິກເຂົ້າໃນການຜະລິດເພື່ອແນໃສ່ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ, ປົກປັກຮັກສາເຂດຊາຍແດນລະຫວ່າງສອງປະເທດໃຫ້ເປັນປົກກະຕິ; ຈັດຕັ້ງບັນດາກອງປະຊຸມແລກປ່ຽນບົດຮຽນກ່ຽວກັບວຽກງານຂົນຂວາຍປະຊາຊົນລະຫວ່າງແນວລາວສ້າງຊາດ ແລະຄະນະຂົນຂວາຍປະຊາຊົນສູນກາງ.

leftcenterrightdel
ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນສະຫຼຸບກອງປະຊຸມ, ທ່ານນາງ ເຈືອງທິມາຍ ຢືນຢັນວ່າ: ກອງປະຊຸມແລກປ່ຽນບົດຮຽນວຽກງານຂົນຂວາຍປະຊາຊົນຂອງພັກກອມມູນິດຫວຽດນາມ ແລະພັກປະຊາຊົນ ປະຕິວັດລາວ ແມ່ນເຫດການສໍາຄັນ ແລະພົ້ນເດັ່ນໃນປີ 2018 ຂອງສອງອົງການ. ບັນດາຄຳເຫັນທີ່ກອງປະຊຸມໄດ້ຕີລາຄາໝາກຜົນທີ່ບັນລຸໄດ້ ແລະບັນດາບົດຮຽນກ່ຽວກັບວຽກງານຂົນຂວາຍປະຊາຊົນຂອງແຕ່ລະພັກ, ພິເສດແມ່ນວຽກງານຂົນຂວາຍບັນດາປະຊາຊົນທຸກຊັ້ນຄົນຢູ່ບັນດາແຂວງຕິດກັບຊາຍແດນສອງປະເທດ, ປະກອບສ່ວນກໍ່ສ້າງເສັ້ນຊາຍແດນ ຫວຽດນາມ - ລາວ ແຫ່ງສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ມີການຮ່ວມມື ແລະພັດທະນາແບບຍືນຍົງ. ບັນດາໝາກຜົນ ແລະບົດຮຽນນັ້ນໄດ້ນໍາມາເຊິ່ງຄວາມໝາຍເລິກເຊິ່ງທີ່ສຸດ, ປະກອບສ່ວນໃຫ້ການພົວພັນລະຫວ່າງສອງພັກ, ພິເສດແມ່ນການພົວພັນລະຫວ່າງປະຊາຊົນສອງປະເທດ.

 

ໂດຍ: ເຈິ່ນຮວ່ຽນ